ນະຄອນຫຼວງວຽງຈັນ, ວັນທີ ເມສາ 2021
ພະນະທ່ານ,
ຂ້າພະເຈົ້າຮູ້ສຶກເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວກ່ຽວກັບເຫດການອຸປະຕິເຫດເຮືອດໍານໍ້າ ໜັໜັ້ງກາລາ 402 ຂອງກອງທັບອິນໂດເນເຊຍ ຈົມລົງສູ່ພື້ນທະເລ ທີ່ພາກເໜືອຂອງເກາະບາຫຼີ ໃນວັນທີ 21 ເມສາ 2021 ຜ່ານມາ, ອັນໄດ້ເຮັດໃຫ້ລູກເຮືອ ຈໍານວນ 53 ຄົນ ທັງໝົດເສຍຊີວິດ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສຍໃຈຢ່າງສຸດຊື້ງ ມາຍັງ ພະນະທ່ານ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະບານອິນໂດເນເຊຍ ຈະສາມາດຜ່ານຜ່າເຫດການສູນເສຍອັນເສົ້າສະຫຼົດ ແລະ ຟື້ນຟູຈິດໃຈຂອງຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້ ໃຫ້ເປັນປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ພະນະທ່ານ ໂຈໂກ ວີໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາຕາ