ນະຄອນຫຼວງວຽງຈັນ, ວັນທີ 11 ພຶດສະພາ 2021
ພະນະທ່ານ,
ຂ້າພະເຈົ້າ ມີຄວາມໂສກເສົ້າເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການເສຍຊີວິດຂອງ ພະນະທ່ານ ລີ ຮັນດົງ, ອະດີດນາ ຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ ໃນວັນທີ 08 ພຶດສະພາ 2021 ທີ່ຜ່ານມາ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມໂສກເສົ້າ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫລີ ກໍຄືຄອບຄົວ ແລະ ຍາດພີ່ນ້ອງຂອງ ພະນະທ່ານ ລີ ຮັນດົງ ຕໍ່ການສູນເສຍໃນຄັ້ງນີ້.
ດ້ວຍຄວາມນັບຖືຢ່າງສູງ.
ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຮົງ ນໍາກິ
ຮັກສາການ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ
ທີ່ ນະຄອນຫຼວງເຊອູນ