ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກການນຳຂັ້ນສູງຂອງເຢຍລະມັນ ສົ່ງເຖິງ ການນຳຂັ້ນສູງຂອງ ສປປ ລາວ ໃນໂອກາດທີ່ໄດ້ຮັບຕໍາແໜ່ງໃໝ່.


ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

 

ພະ​ນະ​ທ່ານ ປະທານປະເທດ,

ຂ້າ​ພະ​ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ໃນໂອກາດທີ່​ພະ​ນະ​ທ່ານ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ໃນວັນທີ 22 ມີນາ 2021.

ສປປ ລາວ ແລະ ເຢຍລະມັນ ໄດ້ມີສາຍພົວພັນມິດຕະພາບ ແລະ ຮ່ວມມືທີ່ສະໜິດແໜ້ນ ມາເປັນເວລາຫຼາຍກວ່າ 60 ປີ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນໄລຍະທີ່ພະນະທ່ານດຳລົງຕຳແໜ່ງເປັນປະທານປະເທດ ພວກເຮົາຈະປະສົບຜົນສໍາເລັດໃນການສືບຕໍ່ເປີດກວ້າງສາຍພົວພັນອັນດີດັ່ງກ່າວ. ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າ ຂໍຢືນຢັ້ນວ່າ ເຢຍລະມັນ ຈະສືບຕໍ່ສະໜັບສະໜູນປະເທດຂອງພະນະທ່ານ ໃນຖານະເພື່ອນມິດ ແລະ ຄູ່ຮ່ວມມື ໂດຍສະເພາະຢ່າງຍິ່ງ ໃນໄລຍະການແຜ່ລະບາດຂອງໂຄວິດ-19 ໃນປັດຈຸບັນ, ເຊິ່ງພວກເຮົາສາມາດຜ່ານພົ້ນໄປໄດ້ ດ້ວຍການຮ່ວມມືກັນໃນລະດັບສາກົນ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີຄວາມເຂັ້ມແຂງ, ມີຄວາມປີຊາສາມາດ ແລະ ປະສົບຜົນສໍາເລັດໃນພາລະກິດອັນໃໝ່ຂອງພະນະທ່ານ ແລະ ໃນໜ້າທີ່ອັນໃຫຍ່ຫຼວງໃນຕໍ່ໜ້າ.

ຟຣັງ-ວານ​ເຕີ້ ສະ​ຕາຍ​ມາຍ​ເອີ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ

------------------------------------------------------------------------------------------------------

ພະນະທ່ານ ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ

ພະ​ນະ​ທ່ານ ນາຍົກລັດຖະມົນຕີ,

ຂ້າ​ພະ​ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ໃນໂອກາດທີ່​ພະ​ນະ​ທ່ານ ໄດ້ຖືກ​ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນ​ຕີ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ.

ພະນະທ່ານ ມາດໍາລົງຕໍາແໜ່ງໃນໄລຍະເວລາທີ່ທົ່ວໂລກ ກໍາລັງສຸມໃສ່ຕໍ່ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ, ຊຶ່ງການສັກວັກແຊັງຕ່າງໆ ແມ່ນມີບົດບາດສໍາຄັນໃນການແກ້ໄຂບັນຫາດັ່ງກ່າວ ແລະ ເຢຍລະມັນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໂດຍຜ່ານການຊ່ວຍເຫຼືອວັກແຊັງ ພາຍໃຕ້ໂຄງການ COVAX Facility.

ເຢຍລະມັນ ແລະ ສປປ ລາວ ມີສາຍພົວພັນມິດຕະພາບທີ່ດີນໍາກັນມາແຕ່ດົນນານ. ດ້ວຍການຮ່ວມແຮງຮ່ວມໃຈກັນ, ພວກເຮົາຈະສາມາດສືບຕໍ່ເຮັດໃຫ້ການຮ່ວມມືສອງຝ່າຍຂອງພວກເຮົາ ປະສົບຜົນສຳເລັດ ໃນຂະນະທີ່ປະເທດຂອງພະນະທ່ານ ກໍາລັງຈັດຕັ້ງປະຕິບັດແຜນງານຕ່າງໆ ເພື່ອບັນລຸເປົ້າໝາຍການພັດທະນາຂອງຕົນ, ສີມສ້າງການປົກຄອງດ້ວຍກົດໝາຍ ແລະ ສົ່ງເສີມສັງຄົມພົນລະເຮືອນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ມີຄວາມສາມາດອັນເຕັມປ່ຽມ ໃນການປະຕິບັດໜ້າທີ່ອັນສູງສົ່ງຂອງຕົນ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

ດຣ.ອັງເກລາ ​ແມ​ກ​ເກລ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487341
ມື້ນີ້9
ມື້ວານ167
ອາທິດນີ້1003
ເດືອນນີ້734