ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສານຊົມເຊີຍອັນອົບອຸ່ນຂອງພະນະທ່ານ ເນື່ອງໃນໂອກາດທີ່ຂ້າພະເຈົ້າ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານະໄມສົມບູນ, ປະສົບຄວາມສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນ ເຢຍລະມັນທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດກາລະນານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ດຣ. ຟຣັງ-ວານເຕີ້ ສະຕາຍມາຍເອີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ ແບກແລັງ
----------------------------------------------------------------------------------------------
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພະນະທ່ານ ສຳລັບສານຊົມເຊີຍຂອງພະນະທ່ານ ເນື່ອງໃນໂອກາດທີ່ຂ້າພະເຈົ້າ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ກໍ່ຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ຮັບຜິດຊອບອັນສູງສົ່ງຂອງຕົນ ກໍ່ຄືປະຊາຊົນເຢຍລະມັນທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ພະນະທ່ານ ດຣ. ອັງເກລາ ແມກເກລ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ ແບກແລງ