ສານສະແດງຄວາມຊົມເຊີຍ
ພະນະທ່ານ ເຈັຟຣີ ອົນເຢມາ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ສາທາລະນະລັດ ນີເຊີຣີ
ອາບູຈາ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ນີເຊີຣີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສະຫະພັນ ສາທາລະນະລັດ ນີເຊີຣີ ຄົບຮອບ 61 ປີ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ສາທາລະນະລັດ ນີເຊີຣີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນໍາກັນ ຕະຫຼອດໄລຍະເວລາຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງປະເທດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ນີເຊີຣີ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2021