ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫຼີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສາທາລະນະລັດ ເກົາຫຼີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດຂອງພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ກວມເອົາທຸກຂົງເຂດວຽກງານ. ຂ້າພະເຈົ້າ ຫວັງວ່າຈະໄດ້ມີໂອກາດພົບປະກັບ ພະນະທ່ານ ໃນອະນາຄົດອັນໃກ້ນີ້ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງ ເພື່ອສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ ສາທາລະນະລັດ ເກົາຫຼີ ສືບຕໍ່ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ປະທານປະເທດ
ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ມູນ ແຈ ອິນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ
ທີ່ເຊອູນ
ພະນະທ່ານ,
ໃນນາມລັດຖະບານ ເເລະ ປະຊາຊົນ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເເລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະພອນໄຊອັນປະເສີດມາຍັງພະນະທ່ານເເລະ ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີເນື່ອງໃນໂອກາດວັນຊາດ ສາທາລະນະລັດ ເກົາຫຼີ.
ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍໃນຫຼາຍໆດ້ານ ແລະ ຕໍ່ເນື່ອງ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວນັ້ນຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມເເຂງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ
ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຄິມ ບູ ຄຽມ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫຼີ
ທີ່ເຊອູນ
ພະນະທ່ານ,
ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດເກົາຫຼີ, ຂ້າພະເຈົ້າມີຄວາມຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປະທັບໃຈທີ່ໄດ້ຕ້ອນຮັບ ເເລະ ພົບປະກັບ ພະນະທ່ານ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ້າຍເດືອນ ສິງຫາ 2021 ທີ່ຜ່ານມາ ເເລະ ມີຄວາມເຊື່ອໝັ້ນຢ່າງໜັກເເໜ້ນວ່າ ພາຍໃຕ້ຄໍາໝາຍໝັ້ນຂອງພວກເຮົານັ້ນ, ສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ເເລະ ເເຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໄຊໃຫ້ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດທັງໝົດຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຈອງ ອຸຍ ຢອງ
ລັດຖະມົນຕີກະຊວງການຕ່າງປະເທດ
ເເຫ່ງ ສາທາລະນະລັດ ເກົາຫຼີ
ທີ່ເຊອູນ