ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍວັນຊາດລາວ ຄົບຮອບ 46 ປີ ຈາກ ການນຳຂັ້ນສູງ ແຫ່ງ ສປ ຈີນ

 

ເຖິງ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ,

ສະຫາຍ ທອງລຸນ ສີສຸລິດ ທີ່ນັບຖື,

ເນື່ອງໃນໂອກາດທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຂຶ້ນ ຄົບຮອບ 46 ປີ, ຂ້າພະເຈົ້າ ຂໍຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ສະແດງຄວາມຊົມເຊີຍຢ່າງອົບອຸ່ນ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ພັກປະຊາຊົນ ປະຕິວັດລາວ, ລັດຖະບານລາວ ແລະ ປະຊາຊົນລາວອ້າຍນ້ອງ.

ຂ້າພະເຈົ້າ ຮູ້ສຶກດີໃຈທີ່ເຫັນວ່າ, ພາຍໃນປີນີ້, ພັກປະຊາຊົນ ປະຕິວັດລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ XI ຢ່າງປະສົບຜົນສຳເລັດ, ຄະນະການນຳສູນກາງສະໄໝໃຫມ່ປະຕິບັດຫນ້າທີ່ເປັນຢ່າງດີ, ເຊິ່ງໄດ້ຊຸກຍູ້ການຄຸ້ມຄອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດສັງຄົມພ້ອມກັນ. ຂ້າພະເຈົ້າ ເຊື່ອຫມັ້ນວ່າ, ພາຍໃຕ້ການນຳພາອັນຫນັກແໜ້ນຂອງສູນກາງພັກລາວ ທີ່ຖືສະຫາຍເປັນຜູ້ນຳ, ປະຊາຊົນລາວ ແນ່ນອນຈະບັນລຸເປົ້າຫມາຍສູ້ຊົນທີ່ກຳນົດໃນກອງປະຊຸມໃຫຍ່ ຄັ້ງທີ XI ແລະ ຍາດໄດ້ຜົນສຳເລັດໃຫມ່ ທີ່ໃຫຍ່ກວ່າເກົ່າໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດ.

ປີນີ້ເປັນປີທີ່ປະເທດຈີນ ກັບ ປະເທດລາວ ສ້າງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ປີມິດຕະພາບ ຈີນ-ລາວ, ການນຳຂັ້ນສູງສອງຝ່າຍ ໄດ້ຮັກສາການປຶກສາຫາລືທາງດ້ານຍຸດທະສາດ, ລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ການສ້າງໂຄງການໃຫຍ່ ແລະ ສຳຄັນໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ ໃຫ້ມີຄວາມຄືບຫນ້າ. ສອງຝ່າຍ ຮ່ວມມືກັນຕ້ານພະຍາດໂຄວິດ-19, ໄດ້ສະແດງໃຫ້ເຫັນນ້ຳໃຈເລິກເຊິ່ງຖານສະຫາຍອ້າຍນ້ອງດ້ວຍພຶດຕິກຳຕົວຈິງ. ຂ້າພະເຈົ້າ ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ການພັດທະນາສາຍພົວພັນ ຈີນ-ລາວ, ຍິນດີຮ່ວມກັນກັບສະຫາຍ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ກ້າວເຂົ້າສູ່ລະດັບໃຫມ່.

ຂໍອວຍພອນປະເທດລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ.

ຂໍອວຍພອນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ມີຄວາມຄືບຫນ້າໃຫມ່ຢ່າງບໍ່ຢຸດຢັ້ງ.

ນະຄອນຫຼວງປັກກິ່ງ, ວັນທີ 02 ທັນວາ 2021

 

ສີ ຈິ້ນຜິງ

ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

---------------------------------------------------------------

 

 

ເຖິງ: ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ

 

ປະຊາຊົນລາວ

 

ທີ່ ນະຄອນຫຼວງວຽງຈັນ,

 

ສະຫາຍ ພັນຄຳ ວິພາວັນ ທີ່ນັບຖື,

 

ເນື່ອງໃນໂອກາດທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຂຶ້ນ ຄົບຮອບ 46 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງສະຫາຍ.

 

ປີນີ້, ປະເທດລາວ ມີການພັດທະນາທາງດ້ານເສດຖະກິດສັງຄົມຢ່າງຕໍ່ເນື່ອງ, ຖານະບົດບາດໃນເວທີສາກົນນັບມື້ນັບສູງຂຶ້ນ. ເນື່ອງໃນເວລາປະເທດຈີນ ກັບ ປະເທດລາວ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ສາຍພົວພັນມິດຕະພາບ ຈີນ-ລາວ ໄດ້ລົງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ ມີຄວາມຄືບຫນ້າຢ່າງຫມັ້ນທ່ຽງ, ເຊິີ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ. ຝ່າຍຈີນ ຍິນດີຮ່ວມກັນກັບ ຝ່າຍລາວ, ຮັກສາການປຶກສາຫາລືທາງດ້ານຍຸດທະສາດ, ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການປະສານງານໃນວຽກງານຫລາຍຝ່າຍ ເພື່ອຊຸກຍູ້ໃຫ້ສາຍພົວພັນຈີນ-ລາວ ມີການພັດທະນາຢ່າງແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຮ່ວມກັນເປີດສັງກາດໃຫມ່ ແຫ່ງມິດຕະພາບ ຈີນ-ລາວ.

 

ຂໍອວຍພອນປະເທດລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ.

 

ຂໍອວຍພອນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ຈີນ-ລາວ ຈົ່ງມີການພັດທະນາ ແລະ ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ.

 

ນະຄອນຫຼວງປັກກິ່ງ, ວັນທີ 02 ທັນວາ 2021

 

ຫຼີ ເຄີ້ສຽງ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

---------------------------------------------------------------

 

ເຖິງ: ສະຫາຍ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ນັບຖື:

ເນື່ອງໃນໂອກາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສ້າງຕັ້ງ ຄົບຮອບ 46 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ສະຫາຍ ຢ່າງອົບອຸ່ນ.

ນັບຕັ້ງແຕ່ປີນີ້, ຖືໂອກາດການສ້າງຕັ້ງສາຍພົວພັນ ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ຈີນ-ລາວ, ສອງປະເທດ ສືບຕໍ່ລົງເລິກການໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ດ້ານຍຸດທະສາດ, ລົງເລິກການຮ່ວມມືແທດຕົວຈິງ, ສືບຕໍ່ປະສານສົມທົບແໜ້ນແຟ້ນໃນກິດຈະກຳສາກົນ ແລະ ພາກພື້ນ, ຊຸກຍູ້ສາຍພົວພັນສອງຝ່າຍ ກ້າວເຂົ້າສູ່ລະດັບໃຫມ່. ຂ້າພະເຈົ້າ ຍິນດີຮ່ວມກັບສະຫາຍ ຖືຄວາມເຫັນສຳຄັນຂອງການນຳສູງສຸດ ສອງພັກ ສອງລັດ ເປັນບ່ອນອີງ, ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລະຫວ່າງ ຈີນ-ລາວ ຢ່າງຕໍ່ເນື່ອງ.

ຂໍອວຍພອນໃຫ້ປະເທດລາວ ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນ ຈົ່ງມີຄວາມຜາສຸກ.

ນະຄອນຫຼວງປັກກິ່ງ, ວັນທີ 02 ທັນວາ 2021

ຫວັງ ອີ້

ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງ

ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487334
ມື້ນີ້2
ມື້ວານ167
ອາທິດນີ້996
ເດືອນນີ້727