ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ເນື່ອງໃນໂອກາດເປີດນຳໃຊ້ລົດໄຟ ລາວ-ຈີນ

 

ນະຄອນຫຼວງວຽງຈັນ, ວັນທີ 01 ທັນວາ 2021

ສະຫາຍ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຮັກແພງ,

ຂ້າພະເຈົ້າ ຕາງຫນ້າໃຫ້ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ ຂໍສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງເປັນໂຄງການທີ່ມີຄວາມໝາຍສຳຄັນໃນໜ້າປະຫວັດສາດ ຂອງ ສປປ ລາວ ແລະ ເປັນຄວາມ ເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດທີ່ບໍ່ເຄີຍມີມາກ່ອນ. ດ້ວຍຄວາມເອົາໃຈໃສ່ຂອງການ ນໍາຂັ້ນສູງຂອງສອງປະເທດ, ກໍ່ຄືຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນໂອກາດ ອັນສະຫງ່າລາສີ ທີ່ປະຊາຊົນລາວບັນດາເຜົ່າ ພວມສະເຫລີມສະຫລອງ ວັນສະຖາປານາ ສປປ ລາວ ຄົບຮອບ 46 ປີ. ພິເສດປີນີ້ ກໍ່ເປັນປີຄົບຮອບການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ, ທັງເປັນປີມິດຕະພາບລາວ-ຈີນ ນຳອີກ.

       ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ, ປ່າໄມ້ ແລະ ແມ່ນ້ຳລຳເຊຕິດຈອດກັນ, ປະຊາຊົນທັງສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາແຕ່ບູຮານນະການ. ຕະຫຼອດໄລຍະ 60 ປີ ແຫ່ງການພົວພັນການທູດນໍາກັນ, ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມດັ່ງກ່າວ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ທັງລວງກວ້າງ ແລະ ລວງເລິກ.

ໂຄງການລົດໄຟລາວ-ຈີນ ເປັນໂຄງການຍຸດທະສາດທີ່ເຊື່ອມໂຍງຂອງ ສປປ ລາວ ໃນການ ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນໂດຍສອດຄ່ອງກັບຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ປະທານ ສີ ຈິນຜິງ. ນັບແຕ່ການລົງມືກໍ່ສ້າງໃນເດືອນທັນວາ 2016 ເປັນຕົ້ນມາ, ເຖິງແມ່ນວ່າຈະປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ ເປັນຕົ້ນແມ່ນສະພາບການລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ດ້ວຍຄວາມພະຍາຍາມຮ່ວມກັນ, ຄວາມຕັດສິນໃຈສູງ ແລະ ຄວາມເອົາໃຈໃສ່ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງລັດຖະບານ ແລະ ວິສາຫະກິດຂອງສອງປະເທດ, ືຈື່ງສາມາດເຮັດໃຫ້ໂຄງ ການກໍ່ສ້າງສຳເລັດຕາມກຳນົດເວລາ. ໝາກຜົນ ແລະ ຄວາມສຳເລັດເຫຼົ່ານີ້ ລ້ວນແຕ່ສະແດງເຖິງຈິດໃຈ ແລະ ມີຂຶ້ນບົນພື້ນຖານຂອງ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍ່ຄືຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ, ຊຶ່ງໄດ້ກາຍເປັນສັນຍາລັກອັນຍິ່ງໃຫຍ່ຂອງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ອ້າຍນ້ອງ.

ຂ້າພະເຈົ້າ ເຊື່ອແນ່ວ່າເສັ້ນທາງລົດໄຟ ລາວ-ຈີນ ສາຍນີ້ຈະເປັນຈຸດເຊື່ອມຕໍ່ທີ່ສຳຄັນ ລະ ຫວ່າງ ສປ ຈີນ ຫາ ສປປ ລາວ ກໍ່ຄືຈຸດເລີ່ມຕົ້ນແຫ່ງການເຊື່ອມຕໍ່ທາງບົກໃສ່ບັນດາປະເທດຕ່າງໆ ໃນພາກພື້ນອາຊຽນກໍຄືພາກພື້ນອື່ນໆ, ເຊິ່ງຈະເປັນການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນ ລາວ-ຈີນ ກໍ່ຄື ບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້. ຂ້າພະເຈົ້າ ເຊືອໝັ້ນວ່າພາຍຫລັງສະພາບການລະບາດ ຂອງເຊື້ອພະຍາດໂຄວິດ-19 ຜ່ອນຄາຍລົງ, ເສັ້ນທາງລົດໄຟ ລາວ-ຈີນ ຈະມີຜູ້ຄົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊົມໃຊ້ຢ່າງຫລວງຫລາຍ. ພ້ອມດຽວກັນນັ້ນກໍ່ຈະຊ່ວຍ ສປປ ລາວ ໃນການເປີດກວ້າງ, ສົ່ງເສີມການຮ່ວມມື, ການລົງທຶນ ແລະ ຄ້າຂາຍ ກັບປະເທດອ້ອມຂ້າງ ແລະ ສາກົນ, ຫຼຸດຜ່ອນອຸປະສັກຂໍ້ຈຳກັດດ້ານໂຄງລ່າງພື້ນຖານຄົມມະນາຄົມທີ່ບໍ່ສະດວກ, ເຮັດໃຫ້ຕົ້ນທຶນການຂົນສົ່ງຕໍ່າລົງ. ດ້ວຍຄວາມພະຍາຍາມ ແລະ ໄດ້ຮັບການສະໜັບສະໜູນຢ່າງແຂງແຮງ ແລະ ມີປະສິດທິຜົນຂອງ ສປ ຈີນ ຈຶ່ງເຮັດໃຫ້ ສປປ ລາວ ມີທາງລົດໄຟແບບທັນສະໄໝທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ເຖິງ ຊາຍແດນລາວ-ຈີນ, ເຊິ່ງຈະເປັນການກໍ່ສ້າງເງື່ອນໄຂໃໝ່ໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການໄປມາຫາສູ່ ແລກປ່ຽນວັດທະນະທຳນຳກັນໄດ້ຫຼາຍຂື້ນ, ທັງໝົດນີ້ ຈະເປັນການປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ເສດຖະກິດຂອງລາວ ແລະ ຈີນ ກໍຄືພາກພື້ນໄດ້ຂະຫຍາຍຕົວ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ການຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການຜັນຂະຫຍາຍໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ.

ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ອັນທີກຽດສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ

                                                                        ພັນຄຳ ວິພາວັນ

ສະຫາຍ ຫຼີ ເຄີ້ສຽງ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487348
ມື້ນີ້16
ມື້ວານ167
ອາທິດນີ້1010
ເດືອນນີ້741