ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍອວຍພອນວັນຊາດລາວ ຄົບຮອບ 46 ປີ ຈາກ ບັນດາການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

 

 

ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ

ພະ​ມະ​ຫາ​ກະ​ສັດແຫ່ງ ຣາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

ເຖິງ

ພະ​ນະ​ທ່ານປອ. ທອງລຸນ ສີສຸລິດ, ປະ​ທານ​ປະ​ເທດ

ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ພະ​ນະ​ທ່ານປະ​ທານ​ປະ​ເທດ,

ເນື່ອງໃນໂອກາດອັນເບີກບານມ່ວນຊື່ນວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າ​ພະ​ເຈົ້າ ຮ່ວມກັບປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຂໍສົ່ງຄໍາຊົມເຊີຍເປັນຢ່າງຍິ່ງ ມາຍັງ ພະນະທ່ານ ແລະ ພີ່ນ້ອງຮ່ວມຊາດທຸກໆຄົນ ຂອງພະນະທ່ານ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງກອບສອງຝ່າຍ ຫຼື ພາຍໃນອາຊຽນ ແລະ ຝຣັ່ງໂກໂຟນນີ ຈະສືບຕໍ່ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດ ກໍ່ຄື ສືບຕໍ່ຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮື່ອງຕໍ່ປະເທດຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

ນະຄອນຫຼວງພະນົມເປັນ, ວັນທີ 29 ພະຈິກ 2021

------------------------------------------

 

ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ນະຄອນຫຼວງພະນົມເປັນ, ວັນ​ທີ 29 ພະຈິກ2021

ພະນະທ່ານປອ. ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ທີ່ນະຄອນຫຼວງວຽງຈັນ

ພະ​ນະ​ທ່ານ,

ໃນ​ນາມ​ລັດ​ຖະ​ບານແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳ​ປູ​ເຈຍ, ຂ້າ​ພະ​ເຈົ້າ ຂໍ​ສົ່ງຄໍາ​ຊົມ​ເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະ​ຊາ​ຊົນລາວອ້າຍນ້ອງ ເນື່ອງໃນໂອກາດອັນ​ສະຫງ່າລາສີ ວັນຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວຄົບ​ຮອບ 46ປີ.

ຂ້າພະ​ເຈົ້າ ມີຄວາມປິຕິຍິນດີ​ ​ທີ່ເຫັນວ່າ ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ໝັ້ນຄົງ​ຍາວ​ນານ ບົນ​ພື້ນຖານ​ນໍ້າໃຈ​ຄວາມສາມັກຄີ ​ແລະ ຄວາມ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍຍິ່ງໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມກັນ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ຂອງສອງຊາດພວກເຮົາ. ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ກຳປູ​ເຈຍ​ ຢ່າງ​ເປັນ​ທາງ​ການ ​ຂອງ​ພະນະ​ທ່ານ ​ໃນ​ເດືອນ​ພະຈິກ​ນີ້ ຈະ​ສືບຕໍ່ຮັດ​ແໜ້ນ​ສາຍ​ພົວພັນ​ສອງຝ່າຍທີ່ໃກ້ຊິດຂອງພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນທີ່ສະເໝີຕົ້ນສະເໝີປາຍ ຂອງພະນະທ່ານ ທີ່ມີຕໍ່ກຳປູເຈຍ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ASEM ຄັ້ງທີ13ທີ່ຜ່ານມາ ແລະ ການເປັນປະທານອາຊຽນ ໃນປີ 2022 ພາຍໃຕ້ຫົວຂໍ້ “ASEANA.C.T: ແກ້ໄຂສິ່ງທ້າທາຍຮ່ວມກັນ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສໍາເລັດ ເພື່ອຄວາມຈະເລີນຍິ່ງໆຂຶ້ນຂອງປະຊາຊົນລາວ.

ຮຸນ ແຊນ

------------------------------------------

 

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

ແລະການຮ່ວມ​ມື​ສາ​ກົນ

   ນະຄອນຫຼວງພະນົມເປັນ, ວັນ​ທີ 29 ພະ​ຈິກ 2021

ພະນະທ່ານສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ທີ່ນະຄອນຫຼວງວຽງຈັນ

ພະນະທ່ານສະເຫຼີມໄຊ ທີ່ຮັກແພງ,

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະ ນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທຸກຖ້ວນໜ້າ ເນື່ອງໃນໂອກາດອັນເບີກບານມ່ວນຊື່ນ ແຫ່ງ ການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46ປີ.

ເປັນ​ທີ່​ສັງ​ເກດ​ວ່າ ການ​ພົວພັນ​ທາງ​ການ​ທູດ​ຂອງ​ພວກ​ເຮົາ​ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍນໍ້າໃຈ ຄວາມສາມັກຄີ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ. ຂ້າ​ພະ​ເຈົ້າ​ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຮ່ວມກັນ​ຂອງ​ພວກ​ເຮົາ, ກຳ​ປູ​ເຈຍ ແລະ ລາວ ຈະ​ສືບ​ຕໍ່​ເຮັດວຽກຮ່ວມກັນ​ຢ່າງໃກ້ຊິດ ເພື່ອ​ສົ່ງ ເສີມ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ໝັ້ນຄົງຍາວ​ນານ ເພື່ອ​ຜົນ​ປະ​ໂຫຍດ​ຮ່ວມກັນ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດພວກເຮົາ, ພ້ອມທັງ​ປະ​ກອບ​ສ່ວນ​ເຂົ້າໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ຢູ່​ໃນພາກ​ພື້ນ ແລະ ໃນໂລກ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງ ແຮງ, ມີຄວາມຜາສຸກ ແລະ ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງພະນະທ່ານ.

ຣາກໂຊຄົນ

------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487389
ມື້ນີ້57
ມື້ວານ167
ອາທິດນີ້1051
ເດືອນນີ້782