ພະນະທ່ານ,
ໃນນາມລັດຖະບານ, ປະຊາຊົນອິນເດຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງ ລັດຖະບານ ແລະ ປະຊາຊົນຊົນລາວເພື່ອນມິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ອິນເດຍ ແລະ ສປປ ລາວ ມີອາລິຍະທໍາທີ່ເກົ່າແກ່ ແລະ ມີການເຊື່ອມໂຍງກັນທາງດ້ານວັດທະນະທໍາ. ໃນໄລຍະຫຼາຍປີຜ່ານມາ, ພວກເຮົາ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ດ້ວຍຄວາມເຊື່ອຖື ແລະ ເຊື່ອໝັ້ນ ເຊິ່ງກັນ ແລະ ກັນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລານະໄມສົມບູນ, ມີຄວາມຜາສຸກ ກໍຄື ປະຊາຊົນ ແຫ່ງ ສປປ ລາວ ເພື່ອນມິດ ຈົ່ງມີຄວາມສຸກ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ຣໍາ ນາດ ໂຄວິນ
ປະທານາທິບໍດີ
ແຫ່ງ ສາທາລະນະລັດ ອິນເດຍ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫລວງວຽງຈັນ
----------------------------------------------