ທີ່ ນະຄອນຫລວງວຽງຈັນ.
ພະນະທ່ານປະທານປະເທດທີ່ນັບຖື,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າໃນນາມຕາງຫນ້າໃຫ້ປະຊາຊົນ ມົງໂກລີ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານປະທານປະເທດ ແລະ ຜ່ານພະນະທ່ານໄປຍັງປະຊາຊົນລາວເພື່ອນມິດ.
ການສ້າງຕັ້ງສາຍພົວພັນການທູດລະຫວ່າງ ມົງໂກລີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 60 ປີກໍ່ຈະມີຂຶ້ນໃນປີຫນ້ານີ້. ຂ້າພະເຈົ້າມີຄວາມພາກພູມໃຈທີ່ຈະໄດ້ຮ່ວມມືຢ່າງໃກຊິດກັບພະນະທ່ານໃນພາລະກິດເສີ່ມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງປະເທດຂອງພວກເຮົາທີ່ເຕີບໃຫຍ່ຂະຫຍາຍຕົວມາຕະຫລອດໄລຍະຫົກທົດສະວັດນັ້ນໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງເພື່ອສິດຜົນປະໂຫຍດຂອງປະຊາຊົນສອງຊາດ ແລະ ເພື່ອການພັດທະນາຂອງຂົງເຂດ.
ໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານປະທານປະເທດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວເພື່ອນມິດປະສົບແຕ່ຄວາມວັດທະນາຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ປະທານາທິບໍດີ ແຫ່ງ ມົງໂກລີ
ອົກຄ໌ນາກີງ ຮູເຣນສຸກຄ໌
ນະຄອນຫລວງອູລານບາຕໍ,
ວັນທີ 02 ທັນວາ 2021.
ທີ່ ນະຄອນຫລວງວຽງຈັນ.
ພະນະທ່ານນາຍົກລັດຖະມົນຕີທີ່ນັບຖື,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າໃນນາມຕາງຫນ້າໃຫ້ລັດຖະບານ ແຫ່ງ ມົງໂກລີ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ແຫ່ງ ສປປ ລາວ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ຈະໄດ້ສືບຕໍ່ຮ່ວມມືກັບພະນະທ່ານເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ມົງໂກລີ ແລະ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ຫນ້າ.
ໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳ ເລັດໃນຫນ້າທີ່ວຽກງານ.
ດ້ວຍຄວາມນັບຖືຢ່າງສູງ,
ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ
ລົບຊັງນຳສ໌ໄຣ ອໍໂຢງ-ເອຣ໌ເດນ
ນະຄອນຫລວງອູລານບາຕໍ,
ວັນທີ 02 ທັນວາ 2021.
ທີ່ ນະຄອນຫລວງວຽງຈັນ.
ພະນະທ່ານລັດຖະມົນຕີທີ່ນັບຖື,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າຂໍສະ ແດງຄວາມຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງພະນະທ່ານລັດຖະມົນຕີ ແລະ ຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທຸກຖ້ວນຫນ້າ.
ຂ້າພະເຈົ້າເຊື່ອຫມັ້ນວ່າການຮ່ວມມືອັນໃກ້ຊິດລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດພວກເຮົາຈະປະກອບສ່ວນອັນລ້ຳຄ່າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ມົງໂກລີ ແລະ ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ຫນ້າ.
ໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳ ເລັດໃນຫນ້າທີ່ວຽກງານອັນສູງສົ່ງ.
ດ້ວຍຄວາມນັບຖືຢ່າງສູງ,
ບັດເມິງຄີງ ບັດເຊເຊັກ
ນະຄອນຫລວງອູລານບາຕໍ,
ວັນທີ 02 ທັນວາ 2021.