ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນ ຈາກ ປະທານປະເທດ ເເຫ່ງ ສປປ ລາວ ສົ່ງເຖິງ ສົມເດັດເຈົ້າຊີວິດ ເເຫ່ງ ຣາຊະອານາຈັກໄທ ເນື່ອງໃນໂອກາດ ວັນສະເຫຼີມພະຊົນມະພັນສາ ຄົບຮອບ 70 ພັນສາ.

ນະຄອນຫຼວງວຽຈັນ, ວັນທີ  28  ກໍລະກົດ 2022

 

ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ

ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 

ພະບາດສົມເດັດ,

 

ໃນນາມປະຊາຊົນລາວທັງຊາດ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍພອນໄຊອັນປະເສີດມາຍັງ ພະອົງ ເນື່ອງໃນໂອກາດ ວັນສະເຫຼີມພະຊົນມະພັນສາ ຄົບຮອບ 70 ພັນສາ.

 

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າໃນຊຸມປີຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານປະເທດເພື່ອນບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໂດຍສະເພາະໃນປີນີ້ ການພົວພັນຮ່ວມມື ລະຫວ່າງສອງປະເທດຂອງພວກເຮົາ ໄດ້ຮັບການຍົກລະດັບເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ອັນເປັນການເປີດສັງກາດໃໝ່ ຂອງການພົວພັນຮ່ວມມື ທີ່ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່        ໃນປະຈຸບັນ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືດັ່ງກ່າວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

 

ຂ້າພະເຈົ້າ ແລະ ປະຊາຊົນລາວທຸກຖ້ວນໜ້າ ຍິນດີຕ້ອນຮັບ ພະອົງ ແລະ ພະຣາຊິນີ ສະເດັດມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຊຶ່ງຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຍິ່ງໆຂຶ້ນໄປ.

 

ໃນໂອກາດອັນເປັນສິລິມົງຄຸນນີ້, ຂ້າພະເຈົ້າ ຂໍຖວາຍພອນແດ່ ພະອົງ, ພະຣາຊິນີ ແລະ ພະບໍຣົມວົງສານຸວົງ  ທຸກພະອົງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີພະຊົນມາຍຸຍືນຍາວ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າ ຕະຫຼອດໄປ.

 

                                        ດ້ວຍຄວາມນັບຖືຢ່າງສູງ,

 

    ທອງລຸນ ສີສຸລິດ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486241
ມື້ນີ້157
ມື້ວານ215
ອາທິດນີ້1277
ເດືອນນີ້5546