ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະເເດງຄວາມຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ເເລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສ໌ເຕ ຄົບຮອບ 20 ປີ ຈາກບັນດາການນຳຂອງລາວ ສົ່ງເຖິງ ຄູ່ຮ່ວມຕຳເເໜ໋ງຂອງເພິ່ນຝ່າຍ ຕີມໍ-ເລສ໌ເຕ.

ນະຄອນຫຼວງວຽງຈັນ, ວັນທີ   29   ກໍລະກົດ  2022

 

ພະນະທ່ານ,

 

ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຕີມໍ-ເລສເຕ  ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 20 ປີ.

       

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ການຮ່ວມມືມິດຕະພາບຕະຫຼອດໄລຍະ 2 ທົດສະວັດ ທີ່ຜ່ານມາ ແລະ ເຊື້ອໝັ້ນວ່າ ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນ ໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້່າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມເເຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນຕີມໍ-ເລສເຕ ເພື່ອນມິດຈົ່ງສືບຕໍ່ປະສົບຜົນສຳເລັດໃນການພັດທະນາ ແລະ ວັດຖະນະຖາວອນ.​

 

                                       ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

 

 

                                                                       

ທອງລຸນ ສີສຸລິດ

 

ພະນະທ່ານ ປອ.ໂຈເຊ ຣາໂມສ ອໍຕ້າ

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເເຕ

ທີ່ ດີລີ

------------------------------------------------------------------------------------------------------------------------------------------------------

ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2022

 

ພະນະທ່ານ,

 

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 20 ປີ, ໃນນາມ ລັດຖະບານ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນຕີມໍ-ເລສເຕ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 2 ທົດສະວັດ  ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານຢ່າງໃກ້ຊິດ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນຳເອົາຜົນປະໂຫຍດຮ່ວມກັນ ມາສູ່ ປະຊາຊົນຂອງສອງຊາດພວກເຮົາ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.​

 

ໃນໂອກາດອັນສະຫງ່າລາສີນີ້,​ ຂ້າພະເຈົ້່າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງພະນະທ່ານ, ແລະ ຂໍໃຫ້ ປະຊາຊົນຕີມໍ-ເລສເຕ ເພື່ອນມິດ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດໃນການ ພັດທະນາປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ.​

                                                   

                                                                ດ້ວຍຄວາມນັບຖືຢ່າງສູງ.     

       

    

ພັນຄໍາ ວິພາວັນ          

ພະນະທ່ານ ຕາອຸລ ມາຕັນ ຣວກ,

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ

ທີ່ ດີລີ

------------------------------------------------------------------------------------------------------------------------------------------------------

ນະຄອນຫຼວງວຽງຈັນ,  ວັນທີ  29  ກໍລະກົດ 2022

ພະນະທ່ານ,

      

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 20 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ພະນັກງານ ກະຊວງການຕ່າງປະເທດຕີມໍ-ເລສເຕ ທຸກທົ່ວໜ້າ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ  ກໍຄື ກະຊວງການຕ່າງປະເທດ ສຶບຕໍ່ພັດທະນາ ແລະ ເກີດດອກ ອອກຜົນ.​ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອນຳເອົາຜົນປະໂຫຍດຮ່ວມກັນ ມາສູ່ ປະຊາຊົນຂອງສອງຊາດພວກເຮົາ.

       

ຂ້າພະເຈົ້າ ຂໍຖືໂອກາດນີ້,​ ອວຍພອນໄຊ ມາຍັງ ພະນະທ່ານ ແລະ ພະນັກງານ ກະຊວງ ການຕ່າງປະເທດທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດ ໃນໜ້າທີ່ວຽກງານອັນມີກຽດ ຂອງພະນະທ່ານ.

       

                                              ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ

                                                                                                             

 

 

                                                                               ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ນ. ອາດາຈີຊາ ອາເບີຕີນາ ຊາວຽດ ໄຣສ໌ ມາກໂນ

ລັດຖະມົນຕີຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ

ທີ່ ດີລີ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485877
ມື້ນີ້8
ມື້ວານ168
ອາທິດນີ້913
ເດືອນນີ້5182