ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2022
ພະນະທ່ານ,
ໃນນາມປວງຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນອິນໂດເນເຊຍ ເພື່ອນມິດທຸກ ຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 77 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍາວນານ ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ສອງປະເທດພວກເຮົາ ໄດ້ຮັບການພັັດທະນາໃຫ້ກວ້າງຂວາງຍິ່ງໆຂຶ້ນໃນຫຼາຍຂົງເຂດ ຕະຫຼອດໄລຍະ 6 ທົດສະວັດກວ່າຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນລະດັບຕ່າງໆ ຢ່າງເປັນປົກກະຕິ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືໃນວົງຂະຄະນະຍາດອາຊຽນ. ພິເສດ, ປີນີ້ ກໍ່ເປັນອີກປີໜຶ່ງ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າ ຈຶ່ງຂໍຖືໂອກາດນີ້ ອວຍພອນໄຊແດ່ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນ. ຂ້າພະເຈົ້າ ຍິນດີທີ່ຈະສືບຕໍ່ຮ່ວມເຮັດວຽກ ກັບພະນະທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງພວກເຮົາໃຫ້ກ້າວສູ່ລວງເລີກກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ອິນໂດເນເຊຍ ສືບຕໍ່ພັດທະນາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ໂຈໂກ ວິໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາກຕາ
------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2022
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 77 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອິນໂດເນເຊຍ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ຕະຫຼອດໄລຍະເວລາ 6 ທົດສະວັດກວ່າທີ່ຜ່ານມາ. ປີນີ້ ກໍ່ເປັນອີກປີໜຶ່ງ ທີ່ມີຄວາມໝາຍທາງປະຫວັດສາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນແດ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງພວກເຮົາທີ່ມີຢູ່ແລ້ວນັ້ນ ຈົ່ງຍືນຍາວນານຕະຫຼອດໄປ ແລະ ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ຂ້າພະເຈົ້າ ມີຄວາມຍິນດີຈະຮ່ວມເຮັດວຽກກັບ ພະນະທ່ານຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ຂອບອາຊຽນ ເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງສອງປະເທດພວກເຮົາ ໃຫ້ກ້າວສູ່ລວງເລີກກວ່າເກົ່າ ພ້ອມທັງເປັນການສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຍົກສູງບົດບາດໃນເວທີພາກພື້້ນ ແລະ ສາກົນ ເພື່ອນໍາເອົາຜົນປະໂຫຍດຮ່ວມກັນ ມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ ພະນະທ່ານ ແລະ ນໍາພາປະຊາຊົນອິນໂດເນເຊຍ ສືບຕໍ່ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ພະນະທ່ານ ໂຈໂກ ວິໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາກຕາ
------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2022
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 77 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ເພື່ອນຮ່ວມງານທັງໝົດ ຂອງກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີໝາກຜົນຢູ່ແລ້ວນັ້ນ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ໂດຍສະເພາະ ລະຫວ່າງສອງກະຊວງຂອງພວກເຮົາ ໄດ້ຮັບການເສີມຂະຫຍາຍໃນຊຸມປີຜ່ານມາ. ພິເສດ ປີນີ້ ກໍ່ເປັນປີທີ່ມີຄວາມໝາຍທາງປະຫວັດສາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງຂອງສອງປະເທດພວກເຮົາ. ພວກເຮົາຈະໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຮັດແໜ້ນເພື່ອນມິດທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ຄອບຄົວອາຊຽນ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ລວມທັງເພື່ອນຮ່ວມງານຂອງກະຊວງຕ່າງປະເທດອິນໂດເນເຊຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ນ. ເຣດໂນ ມາຊູດີ
ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາກຕາ