ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ

 

ເຖິງ: - ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

         - ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

         - ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

         - ສະຫາຍ ເວືອງ ດິງ ເ​ຫວະ, ປະທານສະພາແຫ່ງຊາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

 

ທີ່ ນະຄອນຫຼວງຮ່າໂນ້ຍ.

ບັນດາສະຫາຍທີ່ຮັກແພງ,

 

   ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍຖານສະຫາຍອ້າຍນ້ອງອັນອົບອຸ່ນ, ໄມ​​ຕີ​ຈິດ​ມິດ​ຕະ​ພາບອັນ​ດູ​ດ​ດື່ມ, ຄວາມ ສາມັກຄີຮັກ ແພງອັນສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ, ເນື່ອງໃນໂອກາດວັນສະ​ຖາ​ປະ​ນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (2/9/1945-2/9/2022) ແລະ ໃນທ່າມກາງບັນຍາກາດທີ່ສອງປະເທດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຢ່າງ​ເປັນ​ຂະ​ບວນ​ຟົດຟື້​ນ ແລະ ມີ​ເນື້ອ​ໃນ​ເລິກ​ເຊິ່ງ.

 

    ພວກຂ້າພະເຈົ້າ ມີ​ຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 77 ປີຜ່ານ ມາ, ພາຍໃຕ້ການນໍາພາອັນຖືກ​ຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ, ດ້ວຍຈິດໃຈຮັກຊາດອັນດູດດື່ມ ພິລະອາດຫານ ປະຊາຊົນຫວຽດ ນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ​ສາມາດຍາດ​ເອົາເອກະລາດແຫ່ງຊາດ ແລະ ​ກ້າວ​ໄປ​ເຖິງ​ການທ້ອນໂຮມປະເທດຊາດເປັນ​ເອ​ກະ​ພາບຢ່າງສົມບູນ​, ສືບ​ຕໍ່​ພາ​ລະ​ກິດ​ສ້າງ​ສາ​ ແລະ​ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ​ສູ່​ຈຸດ​ໝາຍສັງ​ຄົມ​ນິ​ຍົມ​ຢ່າງ​ໜັກ​ແໜ້ນ ໂດຍສະເພາະແມ່ນໄລຍະ 36 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ເຊິ່ງ​ສາ​ມາດ​ຮັກສາສະ​ຖຽນ​ລະ​ພາບທາງດ້ານການ​ເມືອງໄດ້​ຢ່າງ​ໜັກ​ແໜ້ນ, ສັງ​ຄົມມີຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ​ເສດ​ຖະ​ກິດມີ​ການ​ຂະ​ຫຍາຍ​ຕົວ​ດີດ້ວຍ​ຈັງ​ຫວະ​ໄວ ແລະ ຕໍ່​ເນື່ອງ, ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​​ຫວຽດ​ນາມ ໄດ້ຮັບການປັບປຸງໃຫ້ດີຂື້ນເທື່ອລະກ້າວ, ການພົວພັນຮ່ວມມືສາກົນໄດ້​ຮັບ​ການ​ເປີດ ກວ້າງ, ຖານະບົດບາດຂອງພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

 

     ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ປະສົບຜົນສຳເລັດເປັນຢ່າງດີ ເຖິງວ່າສະພຈຫນກ ລະຫວ່າງສອງປະເທດນນໍາຕ່າງພົບປະສອງຈັງຫວະ ອບດ້ານ ລາວງນາມ່ວມມືຍຸດທະສາດ ໄລຍະ 2021-2030 າບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19; ພັກ, ລັດ ແລະ ປະຊາຊົນ​ຫວຽດ​ນາມອ້າຍນ້ອງ ຍັງສືບຕໍ່​ຍາດ​ໄດ້​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ເປັນຕົ້ນແມ່ນການຂະຫຍາຍຕົວດ້ານເສດຖະກິດ ເຊິ່ງເພີ່ມຂື້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ຫລາຍປະເທດໃນໂລກ ແລະ ໃນພາກພື້ນ ກຳລັງປະເຊີນກັບການທົດຖອຍຂອງເສດຖະກິດຈົນເຖິງຂັ້ນຕິດລົບ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນ​ຢ່າງ​ຍິ່ງ ແລະ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ຜົນສໍາເລັດອັນ​ໃຫຍ່ຫຼວງ, ຮອບ​ດ້ານ ທີ່ ສສ ຫວຽດນາມ ຍາດມາໄດ້ຕະຫຼອດມາ ແລະ ຖືສິ່ງນີ້ ເປັນແຫຼ່ງກໍາລັງໃຈ ໃຫ້ແກ່ ສປປ ລາວ ໃນການພັດທະນາປະເທດຊາດຂອງຕົນ.

 

      ພວກຂ້າພະເຈົ້າ​ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະ ທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ໄດ້​ຮັບ​ການ​ຖະ​ນຸ​ຖະ​ໜອມ, ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຈາກ​ບັນ​ດາ​ຮຸ່ນ​ການ​ນຳ, ນັກ​ຮົບ ປະ​ຕິ​ວັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ຕະຫຼອດ​ມາ ກາຍ​ເປັນ​ເຫງົ້າ​ພະ​ລັງແຮງ​ທີ່​ບໍ່​ບົກ​ແຫ້ງ ແລະ ປັດ​ໄຈ​ຕັດ​ສິນ ໄຊ​ຊະ​ນະ​ພະ​ລະ​ກິດ​ປະ​ຕິ​ວັດ​ຢູ່​ສອງ​ປະ​ເທດ.

 

      ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະ ແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ  ຕໍ່​ກັບ​ມິດ​ຈິດ​ມິດ​ໃຈ ອັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຄວາມ​ສາ​ມັກ​ຄີ​ຮັກ​ແພງ​ອັນ​ສະ​ໜິດ​ສະ​ໜົມ, ການ​ສ​ະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ, ມີ​ປະ​ສິດ​ທິ​ຜົນ ແລະ ທັນ​ການ ໃຫ້​ແກ່ ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ໃນໄລຍະຕໍ່ສູ້ກູ້ຊາດໃນ​ເມື່ອ​ກ່ອນ ກໍ່ຄືໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງໄປຢ່າງສັບສົນ ແລະ ສະລັບຊັບຊ້ອນປານໃດກໍ່ຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາສະຫາຍ ໃນ​ການ​ໃຫ້​ຄວາມ​ສໍາຄັນ ​ ແລະ  ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່ການ​ປົກ​ປັກ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງສາຍພົວພັນທີ່​ຫາ​ຍາກ​ດັ່ງ​ກ່າວໃຫ້​ຄົງຢູ່​ກັບ​ປະ​ຊາ​ຊົນ 2 ຊາດ ​ຕະ​ຫລອດໄປ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

     ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ. ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດ, ໂດຍກໍານົດເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

 

     ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພາລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນໃນ​ການ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ຊາດ​ຫວຽດ​ນາມ ກ້າວ​ຂຶ້ນ​ຢ່າງ​ໜັກແໜ້ນ ເພື່ອບັນ​ລຸ​ຈຸດໝາຍທີ່ວາງໄວ້.

 

     ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.

 

                                                                                                                             ນະຄອນຫຼວງວຽງຈັນ, ວັນທີ 1 ກັນຍາ 2022

 

                                                                                                                                             ທອງລຸນ ສີສຸລິດ

                                                                                                             ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

                                                                                                                ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

                                                                                                                                              ພັນຄໍາ ວິພາວັນ

                                                                                                             ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

                                                                                                                                         ໄຊສົມພອນ ພົມວິຫານ

                                                                                                         ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------------------------------------------------------------------------------------------------------

 

ເຖິງ:   ສະຫາຍ ບຸ່ຍ ແທງ ເຊີນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

 

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ສະຫາຍ ລັດຖະມົນຕີທີ່ຮັກແພງ,

 

          ໃນນາມຕາງໜ້າຄະນະນໍາ, ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (2/9/1945-2/9/2022) ແລະ ໃນທ່າມກາງບັນຍາກາດທີ່ສອງປະເທດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022.

 

          ຂ້າພະເຈົ້າ ມີ​ຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 77 ປີຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍສະເພາະການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ຢ່າງມີໄຊນັ້ນ ໄດ້ເຮັດໃຫ້ປະຊາຊົນຫວຽດນາມ ອ້າຍນ້ອງສາມາດຍາດມາໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ. ພິເສດແມ່ນ ການປະກອບສ່ວນສໍາຄັນຂອງຂະແໜງການຕ່າງປະເທດ ເຮັດໃຫ້ຊື່ສຽງ ແລະ ອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສະຫາຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ​ບັນລຸໄດ້ບັນດາເປົ້າໝາຍແຫ່ງການສ້າງ ສສ ຫວຽດນາມ ກາຍເປັນປະເທດອຸດສາຫະກໍາ ຕາມທິດທັນສະໄໝໃຫ້ສໍາເລັດ, ສືບຕໍ່ຮັກສາໄດ້ສະ​ຖຽນ​ລະ​ພາບທາງດ້ານການ​ເມືອງ​ໜັກ​ແໜ້ນ, ສັງ​ຄົມມີຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ​ເສດ​ຖະ​ກິດມີ​ການ​ຂະ​ຫຍາຍ​ຕົວ​ດີ, ຊີວິດການເປັນຢູ່ຂອງ​ ປະ​ຊາ​ຊົນ​ ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂື້ນເທື່ອລະກ້າວ, ມີການພົວພັນຮ່ວມມືສາກົນຢ່າງກວ້າງຂວາງ, ຖານະບົດບາດຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

 

        ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົາ ກໍ່ຄື ສອງກະຊວງການຕ່າງປະເທດ ທີ່ນັບມື້ນັບໄດ້ຮັບການພັດທະນາໃຫ້ສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກ ຕະຫຼອດໄລຍະຜ່ານມາ ແລະ ຂໍຢືນຢັນຢ່າງໜັກແໜ້ນວ່າ ຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດສະໜິດແໜ້ນ ກັບ ຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.

 

         ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ ຈົ່ງມີພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.

 

        ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

                                                                                           

                                                                                                                                   ນະຄອນຫຼວງວຽງຈັນ, ວັນທີ  01 ກັນຍາ 2022

                                                                                                                                                ສະເຫຼີມໄຊ ກົມມະສິດ

                                                                                                                       ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,

                                                                                                                                       ລັດຖະມົນຕີກະຊວງການຕ່າງປະເທດ

 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486167
ມື້ນີ້83
ມື້ວານ215
ອາທິດນີ້1203
ເດືອນນີ້5472