ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈ ຕໍ່ເຫດການທີ່ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈໍານວນຫຼາຍ ຈາກການສະເຫຼີມສະຫຼອງວັນຮາໂລວີນ ຢູ່ເຂດເມືອງອີແຕວອນ ໃນວັນທີ 29 ຕຸລາ 2022 ຜ່ານມາ

        

           

ນະຄອນ​ຫລວງວຽງຈັນ, ວັນ​ທີ 31 ຕຸລາ 2022

 

ພ​ະນະ​ທ່ານ,
 

ຂ້າພະ​ເຈົ້າ​ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ຮັບຊາບຂ່າວກ່ຽວກັບເຫດການເສົ້າສະຫລົດໃຈ ທີ່ເກີດຂຶ້ນຢູ່ເຂດເມືອງອີແຕວອນ, ນະຄອນຫຼວງເຊອູນ ສ.ເກົາຫຼີ ໃນວັນທີ 29 ຕຸລາ 2022 ຜ່ານມາ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ຈໍານວນຫຼາຍ.

  

ຂ້າພະເຈົ້າ ຕາງໜ້າໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂໍສະແດງຄວາມເສົ້າໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກເຫດການໃນຄັ້ງນີ້.

   

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,         

            

ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ

           

ພະນະ​ທ່ານ ຢູນ ຊອກ ຢອນ
ປະທານາທິບໍດີ ແຫ່ງ ສາທາລະນະ​ລັດ ​ເກົາ​ຫຼີ
ທີ່ ​ເຊ​ອູ​ນ

 


ນະຄອນ​ຫລວງວຽງຈັນ, ວັນ​ທີ 31 ຕຸລາ 2022

 

ພ​ະນະ​ທ່ານ,
 

ຂ້າພະ​ເຈົ້າ​ ຮູ້ສຶກຕົກໃຈ ແລະ ເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວເຫດການທີ່ເສົ້າສະຫລົດໃຈ ຢູ່ເຂດເມືອງອີແຕວອນ, ນະຄອນຫຼວງເຊອູນ ສ.ເກົາຫຼີ ໃນວັນທີ 29 ຕຸລາ 2022 ຜ່ານມາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫລາຍ.

     

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມໂສກເສົ້າ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ກໍຄືຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ໄດ້ຮັບເຄາະຮ້າຍຈາກເຫດການໃນຄັ້ງນີ້.   

    

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,         

                                                                         

ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ
ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ

    

ພະນະ​ທ່ານ ຮັນ ດອກ ຊູ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ​ເກົາ​ຫຼີ
ທີ່ ​ເຊ​ອູ​ນ

 


ນະຄອນ​ຫລວງວຽງຈັນ, ວັນ​ທີ 31 ຕຸລາ 2022

ພ​ະນະ​ທ່ານ,
 

ຂ້າພະ​ເຈົ້າ​ ໄດ້ຮັບຂ່າວສະຫລົດໃຈ ຕໍ່ເຫດການໂສກນາດຕະກຳທີ່ເກີດຂຶ້ນຢູ່ເຂດອີແຕວອນ, ນະຄອນຫຼວງເຊອູນ ສ.ເກົາຫຼີ ໃນວັນທີ 29 ຕຸລາ 2022 ຜ່ານມາ ອັນເປັນເຫດນຳໄປສູ່ການສູນເສຍຊີວິດຂອງປະຊາຊົນ ສ.ເກົາຫຼີ ເປັນຈຳນວນຫລາຍ.

​         

ຂ້າພະເຈົ້າ ຂໍຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ໂດຍສະເພາະສະມາຊິກຄອບຄົວຜູ້ໄດ້ຮັບເຄາະຮ້າຍຈາກເຫດການໃນຄັ້ງນີ້.

         

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,         

                                                                          

ສະເຫຼີມໄຊ ກົມມະສິດ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ

    

ພະນະ​ທ່ານ ປາກ ຈິນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະ​ລັດ ​ເກົາ​ຫຼີ
ທີ່ ​ເຊ​ອູ​ນ

                                   

                

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485865
ມື້ນີ້164
ມື້ວານ206
ອາທິດນີ້901
ເດືອນນີ້5170