ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຈາກ ສົມເດັດ ພຣະຣາຊາ ແຫ່ງ ແອັດສະປາຍ
ທ່ານ ປະທານປະເທດ,
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ພ້ອມດ້ວຍ ລັດຖະບານ ແລະ ປະຊາຊົນ ແຫ່ງ ແອັດສະປາຍ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຂໍໃຫ້ປະຊາຊົນລາວທີ່ຮັກແພງ ຈົ່ງມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ເຟຣິບເປ ອາຣ໌ (ຊື່ຫຍໍ້ຂອງສົມເດັດ ເຟຣິບເປ ທີ VI)