ສາທາລະນະລັດ ຕຸຍນີຊີ
ປະທານປະເທດ
ກາກຕາ, ວັນທີ 23 ພະຈິກ 2022
ທ່ານປະທານປະເທດ.
ເນື່ອງໃນໂອກາດວັນຊາດອັນສະຫງ່າລາສີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ໃນນາມສ່ວນຕົວຂອງ ຂ້າພະເຈົ້າ ແລະ ໃນນາມປະຊາຊົນຕຸຍນີຊີ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນ ເພື່ອນມິດ, ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ຈົນເຖິງ ປະຊາຊົນ ເພື່ອນມິດ ຈົ່ງມີແຕ່ ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າຮູ້ສຶກປິຕິຍິນດີ ຖືເອົາໂອກາດນີ້ເພື່ອສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງພວກເຮົາ ໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຈະເລີນງອກງາມ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ປຽບສະເໝືອນເປັນພີ່ນ້ອງຮ່ວມຊາດ ເພື່ອຜົນປະໂຫຍດລວມຂອງສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖື.
ໄຄ ຊາອິດ
ພະນະທ່ານ ທອງລຸນ ສີສຸລິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
------------------------------------------------------------------------------------------------
ສາທາລະນະລັດ ແຫ່ງ ຕຸຍນີຊີ
ຫົວໜ້າລັດຖະບານ
ພະນະທ່ານນາຍົກລັດຖະມົນຕີ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ຕຸຍນິຊີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຂໍອວຍພອນໄຊ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ອວຍພອນປະຊາຊົນລາວ ເພື່ອນມິດ ຈົ່ງສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ເພື່ອຢັ້ງຢືນຄວາມໜັກແໜ້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວຂອງສອງປະເທດ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ນາຈລາ ບຸເດນ ຣົມດານ
ຫົວໜ້າລັດຖະບານຂອງ ສາທາລະນະລັດ ຕຸຍນີຊີ
ພະນະທ່ານ ພັນຄຳ ວິພາວັນ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
----------------------------------------------------------------------------------------------------
ສາທາລະນະລັດ ແຫ່ງ ຕຸຍນີຊີ
ກະຊວງການຕ່າງປະເທດ ແລະ ການຍົກຍ້າຍຖິ່ນຖານ ແລະ ຄົນຕຸຍນີຊີ ຢູ່ຕ່າງປະເທດ
ລັດຖະມົນຕີ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມຍິນດີສະແດງຄວາມຊົມເຊີຍຢ່າງຈິງໃຈ ເນື່ອງໃນໂອກາດວັນຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຮັກແພງ, ຂໍອວຍພອນ ມາຍັງ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ ແລະ ອວຍພອນ ປະຊາຊົນລາວ ເພື່ອນມິດ ຈົ່ງມີຄວາມກ້າວຫນ້າ ແລະ ຄວາມວັດທະນາຖາວອນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ເພື່ອຢັ້ງຢືນຄວາມໜັກແໜ້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວຂອງສອງປະເທດ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ໂອດມານ ເຈຣານດີ
ທ່ານ ສະເຫຼີມໄຊ ກົມມະສິດ,
ລັດຖະມົນຕີການຕ່າງປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ