ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່

 

ນະຄອນຫຼວງວຽງຈັນ, ວັນທີ 23 ສິງຫາ 2023

ພະນະທ່ານ,

 

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່.

 

ຂ້າ​ພະ​ເຈົ້າ​ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການທີ່ກວ້າງຂວາງຂອງ ພະນະທ່ານ   ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມທີ່ມີມາແຕ່ດົນນານຖານປະເທດບ້ານໃກ້ເຮືອນຄຽງທີ່ດີ, ມີວັດທະ ນະທໍາ, ຮີດຄອງປະເພນີຄ້າຍຄືກັນ, ພາສາປາກເວົ້າເຂົ້າໃຈກັນ ແລະ ມີປະຫວັດສາດການພົວພັນການທູດ ນໍາກັນທີ່ຍາວນານຫຼາຍກວ່າ 7 ທົດສະວັດ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ. ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊື້ອເຊີນ ພະນະທ່ານ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອປືກສາຫາລືກ່ຽວກັບການສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມືທີ່ມີມາແລ້ວນັ້ນໃຫ້ເຂົ້າສູ່ລວງເລິກ ເພື່ອພ້ອມກັນພັດທະນາປະເທດໃຫ້ມີຄວາມຮັ່ງມີເຂັ້ມແຂງ ແລະ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ນັບມື້ນັບຫຼາຍຂຶ້ນ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນຄອບຄົວອາຊຽນ, ພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ແລະ ປະຊາຊົນໄທທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

 

ສອນໄຊ ສີພັນດອນ

ພະນະທ່ານ ເສດຖາ ທະວີສິນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486202
ມື້ນີ້118
ມື້ວານ215
ອາທິດນີ້1238
ເດືອນນີ້5507