ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍວັນຊາດ ສປປ ເກົາຫລີ ຄົບຮອບ 75 ປີ

ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2023

 

ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 75 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ໂດຍຜ່ານ ສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຕີລາຄາສູງທີ່ເຫັນວ່າ ຕະຫຼອດໄລຍະ 75 ປີ ແຫ່ງການສະຖາປະນາປະເທດຊາດ ສປປ ເກົາຫຼີ ເເລະ ພາຍໃຕ້ການຊີ້ນໍາ-ນໍາພາ ອັນເດັດດ່ຽວ ແລະ ເຂັ້ມແຂງຂອງພັກແຮງງານເກົາຫຼີ, ສປປ ເກົາຫຼີ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງຮອບດ້ານ ແລະ ເຮັດໃຫ້ ສປປ ເກົາຫຼີ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນເກົາຫຼີ ໄດ້ຮັບການພັດທະນາຂື້ນເທື່ອລະກ້າວ.

 

ຂ້າພະເຈົ້າ ມີຄວາມຍິນດີທີ່ຈະສືບຕໍ່ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອຊຸກຍູ້ ເເລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາເເຕ່ດົນນານ ເພື່ອນຳເອົາຜົນປະໂຫຍດຕົວຈິງນັບມື້ຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ ກໍ່ຄືພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ເປັນຜູ້ນໍຳ, ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງສູ່ຈຸດໝາຍສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ ແລະ ບັນລຸເປົ້າໝາຍໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ, ປາສະຈາກການແຊກແຊງຈາກພາຍນອກ.

 

ອີກເທື່ອໜຶ່ງ, ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ.

 

ດ້ວຍຄວາມນັບຖື ແລະ ຮັກແພງ,

 

ທອງລຸນ ສີສຸລິດ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,

ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກເເຮງງານເກົາຫຼີ,

ປະທານກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.

ທີ່ ນະຄອນຫຼວງພຽງຢາງ.

 

-----------------------------------------------------------------------

 

 

ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2023  

ສະຫາຍ ກິມ ດົກ ຮຸນ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 75 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ຕະຫຼອດໄລຍະ 75 ປີ ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດຂອງພັກແຮງງານເກົາຫຼີ ເຮັດໃຫ້ປະເທດຊາດ ມີຄວາມສະຫງົບຢ່າງໝັ້ນທ່ຽງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມທັງຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ກໍ່ໄດ້ຮັບການພັດທະນາດີີຂຶ້ນເທື່ອລະກ້າວ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ລັດຖະບານ ສປປ ເກົາຫຼີ ຈະສາມາດເອົາຊະນະສິ່ງທ້າທາຍຕ່າງໆ ແລະ ສືບຕໍ່ໄດ້ຮັບຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ ໃນການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ເພື່ອປະກອບເຂົ້າໃນພາລະກິດປົກປັກສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃໝ່ໃຫ່ຍຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມອຸດົມການສັງຄົມນິຍົມ ຂອງ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

 ດ້ວຍຄວາມນັບຖືຢ່າງສູງ,

                                                

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ

 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ກິມ ດົກ ຮຸນ, ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ທີ່ ນະຄອນຫຼວງພຽງຢາງ.

 

--------------------------------------------------------------------------

 

ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2023

ສະຫາຍ ນາງ ແຈ ຊອນ ຮຸຍ ທີ່ຮັກແພງ,

 

 ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຄົບຮອບ 75 ປີ, ຕາງໜ້າຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

 ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ສາຍພົວພັນມິດຕະພາບ ແລະ ການຮ່ວມ​ມືທີ່ໃກ້ຊິດອັນເປັນມູນເຊື້ອ ລະຫວ່າງສອງປະເທດ ສປປ ລາວ ເເລະ ສປປ ເກົາຫຼີ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອປະກອບສ່ວນສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃຫ່ຍຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ.

                                               

ສະເຫຼີມໄຊ ກົມມະສິດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ນາງ ແຈ ຊອນ ຮຸຍ,

ລັດຖະມົນຕີກະຊວງຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ                                              

ທີ່ ນະຄອນຫຼວງພຽງຢາງ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486152
ມື້ນີ້68
ມື້ວານ215
ອາທິດນີ້1188
ເດືອນນີ້5457