ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາເສົ້າສະຫຼົດໃຈຕໍ່ເຫດການໄຟໄໝ້ຕຶກອາຄານທີ່ຢູ່ອາໃສທີ່ຫວຽດນາມ

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ສະຫາຍນາຍົກລັດຖະມົນຕີ ທີ່ນັບຖື ແລະ ຮັກແພງ,

 

ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວເກີດເຫດໄຟໄໝ້ຕຶກອາຄານທີ່ຢູ່ອາໃສຂອງປະຊາຊົນ ຢູ່ນະຄອນຫຼວງຮ່າໂນ້ຍ  ໃນຄືນວັນທີ 12 ກັນຍາ 2023 ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ, ຊັບສິນ, ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ຫວຽດນາມອ້າຍນ້ອງ.

 

 ຕາງໜ້າໃຫ້ພັກ, ລັດຖະບານ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງອັນຈິງໃຈ ແລະ ເລິກເຊິ່ງ ເຖິງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄອບຄົວຜູ້ປະສົບໄພ ກໍ່ຄືປະຊາຊົນ ຫວຽດນາມ ອ້າຍນ້ອງ.

 

ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເປັນຫ່ວງເປັນໃຍ ຊີ້ນໍາຂອງລັດຖະບານ, ບັນດາຂະແໜງການ ແລະ ອໍານາດການປົກຄອງນະຄອນຫຼວງຮ່າໂນ້ຍ, ປະຊາຊົນ ແລະ ຄອບຄົວຜູ້ສູນເສຍໃນຄັ້ງນີ້ ຈະຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

 

ໃນຊ່ວງເວລາອັນໂສກເສົ້ານີ້, ພວກຂ້າພະເຈົ້າ ຂໍແບ່ງເອົາຄວາມທຸກໂສກ ແລະ ສົ່ງຄວາມເຫັນອົກເຫັນໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະຕໍ່ຄອບຄົວ, ຍາດພີ່ນ້ອງ ຂອງຜູ້ປະສົບໄພມານະໂອກາດນີ້.

 

 ລັດຖະບານ ແລະ ປະຊາຊົນ ລາວ ຍາມໃດກໍ່ຢູ່ຄຽງຂ້າງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ         ອ້າຍນ້ອງ ໃນເວລາພົບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ດ້ວຍຄວາມນັບຖື ແລະ ຮັກແພງ.                      

 

ນະຄອນຫຼວງວຽງຈັນ, ວັນທີ  14 ກັນຍາ 2023

 

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

--------------------------------------------------------

 

ທີ່ ນະຄອນຫຼວງຮ່າໂນ້ຍ.

ສະຫາຍ ລັດຖະມົນຕີ ທີ່ນັບຖື ແລະ ຮັກແພງ,

 

ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວເກີດເຫດໄຟໄໝ້ຕຶກອາຄານທີ່ຢູ່ອາໃສຂອງປະຊາຊົນ ຢູ່ນະຄອນຫຼວງຮ່າໂນ້ຍ  ໃນຄືນວັນທີ 12 ກັນຍາ 2023 ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ, ຊັບສິນ, ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມອ້າຍນ້ອງ.

 

ຕາງໜ້າຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງອັນຈິງໃຈ ແລະ ເລິກເຊິ່ງ ເຖິງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄອບຄົວຜູ້ປະສົບໄພ ກໍ່ຄືປະຊາຊົນ ຫວຽດນາມ ອ້າຍນ້ອງ.

 

ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເປັນຫ່ວງເປັນໃຍ ຊີ້ນໍາຂອງລັດຖະບານ, ບັນດາຂະແໜງການ ແລະ ອໍານາດການປົກຄອງນະຄອນຫຼວງຮ່າໂນ້ຍ, ປະຊາຊົນ ແລະ ຄອບຄົວຜູ້ປະສົບໄພໃນຄັ້ງນີ້ ຈະຜ່ານຜ່າຄວາມຫຍຸ້ງຍາກ, ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

 

ໃນຊ່ວງເວລາອັນໂສກເສົ້ານີ້, ຕາງໜ້າໃຫ້ ຄະນະພັກ, ຄະນະນໍາກະຊວງ ແລະ ພະນັກງານລັດຖະກອນ ກະຊວງການຕ່າງປະເທດ ຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ ຕໍ່ການສູນເສຍດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນຫວຽດນາມ ອ້າຍນ້ອງ.   

 

ດ້ວຍຄວາມນັບຖື ແລະ ຮັກແພງ.                      

                                                                        ນະຄອນຫຼວງວຽງຈັນ, ວັນທີ  14 ກັນຍາ 2023

 

ສະເຫຼີມໄຊ ກົມມະສິດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486425
ມື້ນີ້121
ມື້ວານ220
ອາທິດນີ້87
ເດືອນນີ້5730