ເຖິງ:
- ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
- ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
- ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທີ່ ນະຄອນຫຼວງວຽງຈັນ
ບັນດາສະຫາຍທີ່ຮັກແພງ,
ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2/12/1975 – 2/12/2023), ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສິດ, ນໍ້າໃຈຖານສະຫາຍ ແລະ ຄວາມຮັກແພງຖານອ້າຍນ້ອງ ມາຍັງພັກ, ລັດ ແລະ ປະຊາຊົນ ແຫ່ງ ສປປ ລາວ.
ຕະຫຼອດໄລຍະ 48 ປີຜ່ານມາ ໂດຍສະເພາະພາຍຫຼັງ 37 ປີ ແຫ່ງການປະຕິບັດພາລະກິດການປ່ຽນໃໝ່ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນການປະຕິວັດ, ຜ່ານຜາຄວາມຫຍຸ້ງຍາກທຸກປະການ, ສິ່ງທ້າທາຍ, ຍາດໄດ້ຜົນງານອັນໃຫຍ່ຫຼວງ ທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດໃນທຸກຂົງເຂດ, ຍົກສູງອິດທິພົນ ແລະ ຖານະບົດບາດຂອງພັກ ແລະ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ເວທີສາກົນ. ບັນດາໝາກຜົນດັ່ງກ່າວ ເປັນຄວາມພາກພູມໃຈລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ພາລະກິດການປ່ຽນໃໝ່ຂອງລາວ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພວກສະຫາຍຈະສືບຕໍ່ມູນເຊື້ອຂອງບັນດາການນໍາລຸ້ນກ່ອນ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ຍາດມາໄດ້ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດການປ່ຽນໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ວາງອອກຢ່າງມີໄຊ. ປະສົບຜົນສຳເລັດໃນການສ້າງສາປະເທດຊາດ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ວັດທະນະຖາວອນ ຕາມເປົ້າໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຄ່ຽງຄູ່ກັບບັນດາໝາກຜົນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໂດຍແມ່ນປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ໄດ້ຮັບການເພີ່ມພຸນຄູນສ້າງຈາກບັນດາຫຸ່ນການນໍາສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ສາຍພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລີກ, ລວງກວ້າງ, ທີ່ແທ້ຈິງ ແລະ ມີປະສິດທິຜົນຢູ່ໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການປ່ຽນແປງໃໝ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢູ່ແຕ່ລະປະເທດ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືຄວາມສຳຄັນ ແລະ ຮັບຮູ້ໄດ້ ການສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນຕະຫຼອດໄລຍະເວລາທີ່ຜ່ານມາ. ພວກຂ້າພະເຈົ້າຈະເຮັດສຸດຄວາມສາມາດຂອງຕົນ ເພື່ອຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ໃນການຖະນຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພຸນຄູນສ້າງໃຫ້ແກ່ສາຍພົວພັນພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບມີການພັດທະນາສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ.
ຂໍອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດມາໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງຕົນ.
ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ຮ່າໂນ້ຍ, ວັນທີ 1 ທັນວາ 2023
ຫງວຽນ ຝູ້ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ;
ຫວໍ້ ວັນ ເຖື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ;
ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ;
ເວື່ອງ ດິ່ງ ເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
----------------------------------------
ເຖິງ:
- ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທີ່ ນະຄອນຫຼວງວຽງຈັນ
ສະຫາຍ ລັດຖະມົນຕີທີ່ຮັກແພງ,
ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ຕາງໜ້າການນໍາ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດຫວຽດນາມທຸກຖ້ວນໜ້າ ຂໍສົ່ງຄຳອວຍພອນໄຊອັນປະເສິດ, ນໍ້າໃຈຖານສະຫາຍອ້າຍນ້ອງ ມາຍັງສະຫາຍ, ຄະນະນໍາ ແລະ ພະນັກງານ-ລັດຖະກອນກະຊວງການຕ່າງປະເທດລາວທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍີນດີຢ່າງຍິ່ງ ຕໍ່ບັນດາໝາກຜົນພາຍໃນ, ພາຍນອກອັນໃຫຍ່ຫຼວງທີ່ປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 48 ປີຜ່ານມາ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ, ພວກສະຫາຍຈະສືບຕໍ່ຈັດຕັ້ງປະຕິບັດ ບັນດາເປົ້າໝາຍທີ່ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ວາງອອກຢ່າງມີໄຊ. ສ້າງປະເທດລາວ ໃຫ້ນັບມື້ນັບມີຄວາມສີວິໄລ, ມີຖານະ ແລະ ບົດບາດນັບມື້ນັບສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ພວກຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈ ຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຂອງສອງປະເທດພວກເຮົາໃນໄລຍະຜ່ານມາ ໃນຂອບການຮ່ວມມືສອງຝ່າຍ ກໍຄືເວທີພາກພື້ນ ແລະ ສາກົນ, ພິເສດຕໍ່ຜົນສຳເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີກະຊວງການຕ່າງປະເທດລາວ-ຫວຽດນາມ ຄັ້ງທີ 10 ທີ່ຜ່ານມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນກັບສະຫາຍ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄືການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງກະຊວງການຕ່າງປະເທດຂອງສອງປະເທດ.
ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໄຊ ໃຫ້ສາຍພົວພັນພິເສດລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ຂຽວສົດງົດງາມຕະຫຼອດກາລະນານ. ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດນັບມື້ນັບແໜ້ນແຟ້ນ, ໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນສອງປະເທດພວກເຮົາ.
ຂໍອວຍພອນໄຊອັນປະເສີດມາຍັງບັນດາສະຫາຍຈົ່ງສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
ນະຄອນຫຼວງຮ່າໂນ້ຍ, ວັນທີ 1 ທັນວາ 2023
ບຸ່ຍ ແທັງ ເຊີນ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.