ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຄົບຮອບ 48 ປີ ຈາກ ບັນດາການນຳຂັ້ນສູງຂອງ ສປປ ເກົາຫຼີ

 

​​ສະຫາຍທອງລຸນ ສີສຸລິດ

ເລຂາທິການ​​ໃຫຍ່​ ​ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ຂ້າ​ພະ​ເຈົ້າ​ ​ຂໍ​ສົ່ງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ສະຫາຍເລຂາທິການໃຫຍ່ ແລະ ພັກ, ລັດຖະບານ ແລະ ປະຊາຊົນລາວ ເນື່ອງ​ໃນ​ໂອ​ກາດ​​ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ​ຮອບ ​48 ປີ.

 

ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເຫດການປະຫວັດສາດທີ່ໄດ້ຮັບຮູ້ເຖິງຄວາມມຸ່ງມາດປາດຖະໜາອັນຍາວນານຂອງປະຊາຊົນທີ່ຢາກມີອຳນາດອະທິປະໄຕຂອງປະຊາຊົນທີ່ແທ້ຈິງ ເເລະ ໄດ້ເປີດສັງກາດອັນໃໝ່ ໃນການກໍ່ສ້າງລັດສັງຄົມນິຍົມ.

 

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ວ່າ ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ ອັນມີສະຫາຍເລຂາທິການໃຫຍ່ເປັນຜູ້ນຳນັ້ນ, ລັດຖະບານ ແລະ ປະຊາຊົນພວກສະຫາຍ ໄດ້ມີຄວາມຕັ້ງໜ້າໃນການສູ້ຊົນ ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມຂອງປະເທດຊາດ ແລະ ພັດທະນາເສດຖະກິດ ຢ່າງຕໍ່ເນື່ອງ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ, ການຮ່ວມມືຖານສະຫາຍ ເເລະ ຍຸດທະສາດ ທີ່ມີປະຫວັດສາດອັນຍາວນານ ແລະ ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຍິ່ງໆຂຶ້ນກວ່າເກົ່າ ເເລະ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍເລຂາທິການໃຫ່ຍ ຈົ່ງປະສົບຜົນສຳເລັດໃນວຽກງານທີ່ໃຫຍ່ຫຼວງກວ່າເກົ່າ ໃນຄວາມຈະເລີນຮຸ່ງເຮືອງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນພາລະກິດອັນສູງສົ່ງຂອງສະຫາຍ ເພື່ອນຳເອົາຄວາມເປັນຢູ່ທີ່ດີມາສູ່ປະຊາຊົນລາວ.

 

ກິ ເຈິງ ອຸນ

ເລຂາທິການໃຫຍ່ພັກແຮງງານ​​ເກົາຫຼີ

ປະທານກິດຈະການແຫ່ງລັດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

​ວັນ​ທີ​ 2 ທັນວາ, ປີ​ ຈຸດ​ເຊ​ 112 (2023)

------------------------------------

​​ສະຫາຍ​ ສອນໄຊ ສີພັນດອນ

​ນາຍົກລັດຖະມົນຕີ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ແລະ ປະຊາຊົນລາວອ້າຍນ້ອງ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ.

 

ຕະຫຼອດໄລຍະ 48 ປີ ທີ່ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ສາມາດໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງໃນການຮັກສາສະຖຽນລະພາບທາງດ້ານການເມືອງຂອງປະເທດຊາດ ແລະ ພັດທະນາເສດຖະກິດ.

 

ໃນໂອກາດນີ້, ຂ້າພະເຈົ້າ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ແລະ ຂໍອວຍພອນໄຊໃຫ້ແກ່ສະຫາຍ ຈົ່ງບັນລຸຜົນສຳເລັດທີ່ໃຫຍ່ຫຼວງກ່ວາເກົ່າໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບ.

 

ກິມ ດົກ ຮຸນ

​ນາຍົກລັດຖະມົນຕີ

ເເຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ວັນທີ 2 ທັນວາ, ປີ ຈຸດເຊ 112 (2023)

ນະຄອນຫຼວງພຽງຢາງ

------------------------------------

 

ສະ​ຫາຍ​ ໄຊສົມພອນ ພົມວິຫານ

​​ປະທານສະພາແຫ່ງຊາດ​

 

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ.

 

ຂ້າພະເຈົ້າ ຂໍຫວັງວ່າປະຊາຊົນລາວ ຈະສືບຕໍ່ໄດ້ບັນລຸຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າໃນການຕໍ່ສູ້ ເພື່ອຮັບປະກັນສະຖຽນລະພາບທາງດ້ານເມືອງຂອງປະເທດຊາດ ແລະພັດທະນາເສດຖະກິດສັງຄົມຢ່າງຕໍ່ເນື່ອງ ແລະ ສະແດງຄວາມເຊື່ອໝັ້ນວ່າ ການແລກປ່ຽນແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ສະພາສອງປະເທດຂອງພວກເຮົາ ຈະເປັນການຊຸກຍູ້ໃຫ້ມີການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ຢ່າງບໍ່ຢຸດຢັ້ງ.

 

ໃນໂອກາດນີ້, ຂ້າພະເຈົ້າ ຂໍ​ອ​ວຍ​ພອນໄຊໃຫ້​​ແກ່ສະ​ຫາຍ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່​ປະສົບຜົນ​ສຳ​ເລັດອັນໃໝ່​ໃນໜ້າ​ທີ່ວຽກງານສະພາຂອງສະຫາຍ.​ ​

 

ບັກ ອິນ ເຊິນ

​ປະ​ທານ​ ສະພາປະຊາຊົນສູງສຸດ

​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​​ຊົນ ປະ​ຊາ​ທິ​ປະ​ໄຕ ເກົາ​ຫຼີ

ວັນທີ 2 ທັນວາ, ປີ ຈຸດເຊ 112 (2023)

ນະຄອນຫຼວງພຽງຢາງ

------------------------------------

 

ສະຫາຍ ສະເຫຼີມໄຊ ກົມມະສິດ

​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ.

 

ໃນໂອກາດນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຍິ່ງໆຂຶ້ນ ພາຍໃຕ້ການປະສານງານ ຢ່າງໃກ້ຊິດ ລະຫວ່າງ ກະຊວງການຕ່າງປະເທດ ສອງປະເທດພວກເຮົາ.

 

ຂໍອວຍພອນໄຊ ໃຫ້ສະຫາຍຈົ່ງມີສຸຂະພາບແຂງແຮງ ແລະ ບັນລຸຜົນສຳເລັດອັນໃຫ່ຍຫຼວງກ່ວາເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບ.

 

​​ແຊ ເຊີນ ຮີ

​ລັດຖະມົນຕີກະຊວງການຕ່າງປະເທດ

​ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

​ວັນທີ 2 ​ທັນວາ, ປີ ຈຸດເຊ 112 (2023)

ນະຄອນຫຼວງພຽງຢາງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486366
ມື້ນີ້62
ມື້ວານ220
ອາທິດນີ້28
ເດືອນນີ້5671