ທີ່ ນະຄອນຫຼວງວຽງຈັນ 18 ເມສາ 2016
ພະນະທ່ານ ຣາຟາເອັນ ວີເຊັນເຕ ໂກເຣອາ ແດນກາໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ
ທີ່ ນະຄອນຫຼວງ ກິໂຕ
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດການແຜ່ນດິນໄຫວ ຢູ່ ບໍລິເວນຝັ່ງມະຫາສະໝຸດປາຊີຟິກ ຂອງ ເອກົວດໍ ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງ ປະຊາຊົນເອກົວດໍເປັນຈຳນວນຫຼາຍ ແລະ ຊັບສິນຖືກທຳລາຍໜັກໜ່ວງ.
ໃນນາມລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ແລະ ຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ເອກົວດໍ, ໂດຍສະເພາະແມ່ນ ຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກ ໄພທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພະນະທ່ານ ປະເທດເອກົວດໍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກັບສູ່ສະພາບ ປົກກະຕິໂດຍໄວ.
ຈູມມາລີ ໄຊຍະສອນ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ