ຖະແຫຼງການຂອງກະຊວງການຕ່າງປະເທດ
ລັດຖະບານ ແຫ່ງ ສປປ ລາວ ເວລາໃດກໍ່ຢຶດຖືນະໂຍບາຍຈີນດຽວ ສະໜັບສະໜູນຜົນປະໂຫຍດອັນຊອບທຳຂອງ ສປ ຈີນ ໂດຍສະເພາະແມ່ນກ່ຽວກັບບັນຫາ ຊີນຈ່ຽງ, ຮົງກົງ ແລະ ໃຕ້ຫວັນ ແລະ ສະຫນັບສະໜູນການທ້ອນໂຮມປະເທດດ້ວຍສັນຕີວິທີ ບັນຫາໃຕ້ຫວັນ ຖືເປັນບັນຫາພາຍໃນຂອງ ສປ ຈີນ ແລະ ຮັບຮູ້ວ່າ ໃຕ້ຫວັນ ແມ່ນ ສ່ວນໜຶ່ງຂອງ ສປ ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ຕາມກົດບັດຂອງ ສປຊ, ລັດຖະບານແຫ່ງ ສປປ ລາວ ຕ້ານທຸກການກະທຳ ທີ່ທຳລາຍອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປ ຈີນ.