ສປປ ລາວ ສະແດງຄວາມເປັນຫວ່ງຢ່າງຍິ່ງ ຮ່ວມກັບວົງຄະນາຍາດສາກົນ ຕໍ່ເຫດການທົດລອງ ລະເບີດນິວເຄຼັຍ/ໄຮໂດຼເຈນ ຢູ່ໃຕ້ດິນ ໂດຍ ສປປ ເກົາຫລີ ໃນວັນທີ 3 ກັນຍາ 2017 ເຊິ່ງການທົດລອງດັ່ງກ່າວ ເປັນການຂັດກັບຍັດຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນແຫຼມເກົາຫລີເພີ່ມຂຶ້ນ, ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມອົດກັ້ນ ແລະ ພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ. ສປປ ລາວ ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍ ໃນການສະໜັບສະໜູນໃຫ້ແຫຼມເກົາຫລີ ມີສັນຕິພາບ, ສະຖຽນລະພາບ ແລະ ເປັນເຂດປອດອາວຸດນິວເຄຼັຍ, ພ້ອມທັງແກ້ໄຂບັນຫາຂໍ້ຄັດແຍ່ງໂດຍສັນຕິວິທີ ແລະ ຜ່ານການເຈລະຈາແບບສ້າງສັນ.
ກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການກະກຽມ
ຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ສປປ ລາວ
ສປປ ລາວ ສະແດງຄວາມເປັນຫ່ວງ ຮ່ວມກັບວົງຄະນະຍາດສາກົນ ຕໍ່ກັບເຫດການ ການທົດລອງນິວເຄຼຍໃຕ້ດິນ ໂດຍ ສປປ ເກົາຫຼີ ໃນວັນທີ 6 ມັງກອນ 2016, ເຊິ່ງການທົດລອງດັ່ງກ່າວ ເປັນການຂັດກັບຍັດຕິຕ່າງໆ ຂອງສະພາຄວາມຫມັ້ນຄົງ ສປຊ, ເຊິ່ງອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເພີ່ມຂຶ້ນ. ສປປ ລາວ ຢືນຢັນທັດສະນະອັນສະເຫມີຕົ້ນສະເຫມີປາຍຂອງຕົນ ໃນການສະຫນັບສະຫນູນໃຫ້ແຫຼມເກົາຫຼີ ມີສັນຕິພາບ, ສະຖຽນລະພາບ ແລະ ເປັນເຂດປອດອາວຸດນິວເຄຼຍ, ພ້ອມທັງການແກ້ໄຂບັນຫາຂໍ້ຂັດແຍ່ງ ໂດຍສັນຕິວິທີ ແລະ ຜ່ານການເຈລະຈາແບບສ້າງສັນ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍ ນຳໄປສູ່ການຟື້ນຟູການເຈລະຈາ 6 ຝ່າຍ ແນໃສ່ຮັກສາສັນຕິພາບ ແລະ ຄວາມຫມັ້ນຄົງ ໃນພາກພື້ນ ແລະ ສາກົນ ໂດຍລວມ.
ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2016
>>