ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ
ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ
ບົດຄວາມໂດຍ: ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ
ໃນນາມ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ
ສປປ ລາວ ໄດ້ຖືກກຳນົດລາຍຊື່ເຂົ້າໃນກຸ່ມປະເທດດ້ອຍພັດທະນາ ຫລື Least Developed Countries - LDCs ໃນປີ 1971 ໂດຍ ອົງການສະຫະປະຊາຊາດ (ສປຊ). ແນວຄວາມຄິດໃນການລິເລີ່ມສ້າງຕັ້ງກຸ່ມປະເທດດ້ອຍພັດທະນາ ແມ່ນມີຂຶ້ນໃນຊຸມປີ 1960 ເນື່ອງຈາກ ອົງການ ສປຊ ເຫັນວ່າ ລະດັບດ້ານການພັດທະນາຂອງປະເທດສະມາຊິກ ສປຊ ຈຳນວນໜຶ່ງແມ່ນຍັງຫຼ້າຫຼັງຫຼາຍ ແລະ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເປັນພິເສດ ແນໃສ່ເຮັດໃຫ້ບັນດາປະເທດເຫຼົ່ານັ້ນ ສາມາດຫຼຸດຜົ້ນອອກຈາກສະຖານະພາບດ້ອຍພັດທະນາໃນທີ່ສຸດ.ສະນັ້ນ,ໃນປີ 1971 ອົງການສປຊໄດ້ກຳນົດລາຍຊື່ກຸ່ມປະເທດດ້ອຍພັດທະນາ ທັງໝົດ 25 ປະເທດ ທີ່ປະກອບດ້ວຍບັນປະເທດທີ່ທຸກຍາກທີ່ສຸດ, ມີລາຍຮັບຕໍ່າ, ມີຄວາມອ່ອນໄຫວຕໍ່ວິກິດການຕ່າງໆ ແລະ ເສດຖະກິດຍັງອ່ອນນ້ອຍ. ມາຮອດປັດຈຸບັນ ຈຳນວນປະເທດດ້ອຍພັດທະນາໄດ້ເພິ່ມຂຶ້ນເປັນ 46 ປະເທດ, ໃນນັ້ນ 33 ປະເທດ ຢູ່ທະວີບອາຟຣິກກາ, 12 ປະເທດ ຢູ່ທະວີບອາຊີ-ປາຊິຟິກ, 1 ປະເທດ ຢູ່ທະວີບອາເມລິກາລາຕິນ,ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ມີປະມານ 880 ລ້ານຄົນ, ກວມເອົາ 12% ຂອງປະຊາກອນໂລກ,ແຕ່ສັດສ່ວນລວມຍອດຜະລິດຕະພັນພາຍໃນ ຫຼື GDP ກວມພຽງແຕ່ 2% ແລະບໍລິມາດສິນຄ້າສົ່ງອອກ-ນໍາເຂົ້າ ມີພຽງ 1% ຂອງໂລກ.
ພາຍໃຕ້ຂອບວຽກຂອງ ສະພາເສດຖະກິດ-ສັງຄົມ ສປຊ, ຄະນະກຳມະການນະໂຍບາຍດ້ານການພັດທະນາ (Committee for Development Policy - CDP) ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ກຳນົດນະໂຍບາຍ ແລະ ປະເມີນຄວາມຄືບໜ້າຂອງການພັດທະນາຂອງປະເທດດ້ອຍພັດທະນາ ທຸກໆ 3 ປີ ບົນພື້ນຖານ3ເງື່ອນໄຂ ຄື:ລາຍໄດ້ສະເລ່ຍແຫ່ງຊາດ(Gross National Income - GNI); ດັດສະນີຊັບສິນມະນຸດ (Human Asset Index - HAI); ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index - EVI). ປະເທດທີ່ຈະຖືກສະເໜີຊື່ໃຫ້ອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຕ້ອງບັນລຸໄດ້ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ ຫຼື ມີລາຍໄດ້ສະເລ່ຍແຫ່ງຊາດ(GNI)ເກີນມາດຕະຖານສອງເທົ່າຂອງເກນຫຼຸດພົ້ນ ຄື $2,460 ຕໍ່ຄົນ ຕໍ່ປີ ແລະ ຕ້ອງຜ່ານເກນດັ່ງກ່າວ 2 ຄັ້ງຕິດຕໍ່ກັນ ຈຶ່ງຈະຖືກສະເໜີຊື່ໃຫ້ອອກຈາກປະເທດດ້ອຍພັດທະນາ ໂດຍຈະມີໄລຍະເວລາຂ້າມຜ່ານ 3 ປີ (ອີງຕາມສະພາບປົກກະຕິ) ເພື່ອຕິດຕາມເບິ່ງວ່າ ປະເທດດັ່ງກ່າວຍັງຢູ່ໃນເກນຂອງການຫຼຸດພົ້ນ ຫຼື ບໍ່. ຫຼັງຈາກນັ້ນ, ສະມັດຊາໃຫຍ່ ສປຊ ຈະສະເໜີຮັບຮອງເອົາຍັດຕິ ປະກາດລຶບຊື່ປະເທດທີ່ບັນລຸບັນດາເງື່ອນໄຂທີ່ກ່າວມານັ້ນອອກຈາກບັນຊີກຸ່ມປະເທດດ້ອຍພັດທະນາຢ່າງເປັນທາງການ.
ໃນໄລຍະຜ່ານມາ, ເພື່ອຊ່ວຍເຫຼືອໃຫ້ແກ່ປະເທດດ້ອຍພັດທະນາ, ອົງການ ສປຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ສ້າງແຜນດຳເນີນງານ ສຳລັບກຸ່ມປະເທດດ້ອຍພັດທະນາຂຶ້ນ ຈຳນວນ 4 ແຜນດຳເນີນງານ ຄື: ຄັ້ງທີ 1 ແລະ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ທີ່ ປາຣີ, ປະເທດ ຝຣັ່ງ, ໂດຍໄດ້ສ້າງແຜນດຳເນີນງານ ປາຣີ ທົດສະວັດ 1990 - 2000, ຄັ້ງທີ 3 ທີ່ ບຣຸກແຊນ, ປະເທດ ແບນຊິກ, ໂດຍໄດ້ສ້າງຕັ້ງແຜນດຳເນີນງານ ບຣຸກແຊນ ທົດສະວັດ 2001 -2010, ຄັ້ງທີ 4 ທີ່ ອິສຕັນບູລ, ປະເທດ ຕວັກກີ, ໂດຍໄດ້ສ້າງແຜນດຳເນີນງານ ອີສຕັນບູລ ທົດສະວັດ 2011 - 2020 (Istanbul Programme of Action - IPoA). ສ່ວນຄັ້ງທີ 5 ແມ່ນຄາດວ່າຈະໄປຈັດທີ່ ໂດຮາ, ປະເທດ ກາຕາ, ໃນລະຫວ່າງວັນທີ 23 - 27 ມັງກອນ 2022. ນອກຈາກນັ້ນ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນດຳເນີນງານ ແລະ ສະໜອງການຊ່ວຍເຫຼືອໃຫ້ແກ່ກຸ່ມປະເທດດ້ອຍພັດທະນາ, ອົງການ ສປຊ ກໍ່ໄດ້ສ້າງຕັ້ງ ຫ້ອງການຂັ້ນສູງເພື່ອຮັບຜິດຊອບ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ (Office of High Representatives for Least Developed Countries, Landlocked Developing Countries, and Small Island Developing States - OHRLLS) ເພື່ອຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອປະເທດເຫຼົ່ານັ້ນ. ນັບຕັ້ງແຕ່ການສ້າງກຸ່ມປະເທດດ້ອຍພັດທະນາ ຂຶ້ນມາໃນປີ 1971 ຮອດປັດຈຸບັນ ແມ່ນມີພຽງແຕ່ 6 ປະເທດ ເທົ່ານັ້ນ ທີ່ສາມາດຫຼຸດພົົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດ ບອດສະວານາ ຫລຸດພົ້ນອອກໃນປີ 1994, ເຄບ ເວີດໃນປີ 2007, ມານດິບໃນປີ 2011, ຊາມົວໃນປີ 2014, ເອກົວຕໍເຣຍ ກີນີ ໃນປີ 2017 ແລະ ປະເທດ ວານູອາຕູ ໃນປີ 2021. ໃນການປະເມີນປີ 2021 ມີພຽງ: 3 ປະເທດ ທີ່ຖືກສະເໜີໃຫ້ຫຼຸດພົ້ນ ໄດ້ແກ່ ສປປ ລາວ, ບັງກະລາເທດແລະ ເນປານ.
ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ສຸມທຸກຄວາມພະຍາຍາມ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ຕັດສິນໃຈວາງຄາດໝາຍສູ້ຊົນ ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກ ສະໄໝທີ VI ໃນປີ 2000ເປັນຕົ້ນມາ ໂດຍໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ, ລວມທັງການຜັນຂະຫຍາຍແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ(National Economic and Social Development Plan - NSEDP).ໃນປີ2015ສປປລາວໄດ້ຖືກປະເມີນໂດຍ CDPແຕ່ບໍ່ຜ່ານເກນປະເມີນທັງ 3 ເງື່ອນໄຂ. ຕໍ່ມາ, ໃນການປະເມີນປີ 2018 ສປປ ລາວ ສາມາດຜ່ານມາດຖານການປະເມີນ 2 ໃນ 3 ຂອງເງື່ອນໄຂ ໄດ້ເປັນເທື່ອທໍາອິດ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ໄດ້ $1,996ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ $1,230 ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.8 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66 ຫລື ສູງກວ່າ; ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 33.7 ຖືວ່າບໍ່ຜ່ານ ເນື່ອງຈາກມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32 ຫລື ຕໍ່າກວ່າ. ສະນັ້ນ, ໃນກອງປະຊຸມຮອບວຽນ 3 ປີ ລະຫວ່າງວັນທີ 22 - 26 ກຸມພາ 2021ຜ່ານມາ, CDP ຈຶ່ງໄດ້ນຳເອົາ ສປປ ລາວ ມາປະເມີນຄືນ, ເຊິ່ງຜົນຂອງການປະເມີນ ສປປ ລາວ ສາມາດຜ່ານເກນການປະເມີນທັງ 3 ເງື່ອນໄຂ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI)ຂອງ ສປປ ລາວ ໄດ້ $2,265 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ $1,210ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI)ຂອງ ສປປ ລາວ ໄດ້ 72.2ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66.0ຫລື ສູງກວ່າ; ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI)ຂອງ ສປປ ລາວ ແມ່ນ 26.6ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32.0ຫລື ຕໍ່າກວ່າ.
ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກສະພາບການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກໂດຍລວມ ອັນໄດ້ສ້າງຄວາມຫຍຸ້ງຍາກ ສັບສົນ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ບວກໃສ່ ຂໍ້ມູນທີ່ຖືກນຳໃຊ້ເຂົ້າໃນການປະເມີນໂດຍ CPDເປັນຂໍ້ມູນຮອດແຕ່ປີ 2019 ເຊິ່ງບໍ່ໄດ້ສ່ອງແສງເຖິງຜົນກະທົບຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ເຂົ້າໃນການປະເມີນ, ອົງການ ສປຊ ຈຶ່ງໄດ້ຂະຫຍາຍໄລຍະເວລາຂ້າມຜ່ານຈາກປົກກະຕິ 3 ປີ ອອກໄປເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ແລະ ປະເທດທີ່ຜ່ານການປະເມີນໃນຄັ້ງນີ້ ຈະມີເວລາເພື່ອກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຮອດປີ 2026. ໃນໄລຍະດັ່ງກ່າວ, ອົງການ ສປຊ ຈະຕິດຕາມ ແລະ ກວດຄືນອີກຄັ້ງໃນປີ 2024 ເພື່ອເບິ່ງວ່າ ບັນດາປະເທດທີ່ຜ່ານເກນການປະເມີນ ໃນປີ 2021 ຈະສາມາດຖືກປະກາດຫຼຸດພົ້ນໄດ້ແທ້ ຫຼື ບໍ່, ທັງນີ້ ກໍ່ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ, ຢືນຍົງ ແລະ ຮັບປະກັນວ່າປະເທດທີ່ຫຼຸດພົ້ນ ຈະບໍ່ກັບມາເປັນປະເທດດ້ອຍພັດທະນາຄືນອີກ. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດເຫຼົ່ານີ້ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກສະຖານະພາບດັ່ງກ່າວ ຢ່າງເປັນທາງການ.
ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມ ເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດ ຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ. ການຜ່ານເກນການປະເມີນ ກໍ່ຍັງສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍຄຳໝັ້ນສັນຍາຕໍ່ສາກົນ ກໍ່ຄື ຄາດໝາຍທີ່ ອົງການ ສປຊ ໄດ້ຕັ້ງໄວ້ ທີ່ຈະສູ້ຊົນຊ່ວຍໃຫ້ຈຳນວນປະເທດດ້ອຍພັດທະນາຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2020. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ສປປ ລາວ ກໍ່ອາດຈະປະເຊີນກັບບັນດາສິ່ງທ້າທາຍ ພາຍຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດຢ່າງຫຼີກລ້ຽງບໍ່ໄດ້. ດ້ານການຄ້າອາດຈະບໍ່ກະທົບຫລາຍປານໃດ, ເນື່ອງຈາກວ່າ ສປປ ລາວ ບໍ່ໄດ້ນຳໃຊ້ສິດທິພິເສດທາງການຄ້າ (Generalized system of preferences -GSP)ທີ່ໄດ້ຮັບໃນນາມເປັນປະເທດດ້ອຍພັດທະນາ ເພື່ອສົ່ງອອກສິນຄ້າໄປຍັງຕະຫຼາດຢູ່ໃນ ທະວີບເອີຣົບ ຢ່າງມີປະສິດທິຜົນ ແຕ່ ສປປ ລາວ ກໍ່ຈະເສຍສິດທິພິເສດເຫຼົ່ານັ້ນໄປ ເຊັ່ນ: ສິດທິໃນການຍົກເວັ້ນພາສີ ແລະ ໂກຕາ (duty - free; quota - free ຫລື DDQF) ໃນການສົ່ງອອກສິນຄ້າຂອງຕົນໄປສູ່ຕະຫຼາດທີ່ໃຫ້ສິດທິພິເສດເຫຼົ່ານັ້ນໂດຍສະເພາະແມ່ນການສົ່ງອອກໄປປະເທດສະຫະພາບເອີຣົບ (EU). ນອກຈາກນັ້ນ, ການເຂົ້າເຖິງແຫຼ່ງທຶນສາກົນ ໂດຍສະເພາະການກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການກູ້ຢືມທຶນເພື່ອການພັດທະນາ ທີ່ສປປ ລາວ ເຄີຍເຂົ້າເຖີງໃນຖານະເປັນປະເທດດ້ອຍພັດທະນາ, ມູນຄ່າການຊ່ວຍເຫລືອທາງການເພື່ອການພັດທະນາ (ODA)ກໍ່ອາດຈະຫລຸດລົງ ເນື່ອງຈາກບັນດາປະເທດຜູ້ໃຫ້ທຶນ ຫຼື ຄູ່ຮ່ວມພັດທະນາອາດຫັນການຊ່ວຍເຫລືອໄປໃຫ້ປະເທດທີ່ຍັງຢູ່ໃນສະຖານະພາບເປັນປະເທດດ້ອຍພັດທະນາອື່ນ. ການສະໜັບສະໜູນທຶນໃຫ້ເຂົ້າຮ່ວມກອງປະຊຸມສາກົນ ກໍ່ອາດຫຼຸດລົງ, ກົງກັນຂ້າມ ການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ ອົງການສປຊ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ກໍ່ຈະມີການເພີ່ມຂຶ້ນ ອີງຕາມເພດານການຄິດໄລ່ ໃນຖານະທີ່ບໍ່ແມ່ນປະເທດດ້ອຍພັດທະນາ.
ບົນພື້ນຖານຜົນສຳເລັດ ແລະ ສິ່ງທ້າທາຍດັ່ງກ່າວ, ມັນເລັ່ງທ້ວງໃຫ້ທົ່ວພັກ ທົ່ວລັດ ແລະ ປວງຊົນລາວທັງຊາດ ຈະຕ້ອງໄດ້ເດັດດ່ຽວພ້ອມກັນ ເພີ່ມທະວີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ ແລະ ຫລຸດຜ່ອນການເອື່ອຍອີງໃສ່ການຊ່ວຍເຫລືອຈາກຕ່າງປະເທດໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເຮັດໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ລວມທັງບົດບາດໃນການປຶກສາຫາລືບັນຫາການເມືອງໂລກ. ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກກພື້ນ ແລະ ສາກົນ ກໍ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ໃຫ້ມີຄວາມສົນໃຈເຂົ້າມາລົງທຶນຢູ່ປະເທດເຮົາຫຼາຍຂຶ້ນ ອັນຈະເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີຄຸນນະພາບ ຕາມທິດຍືນຍົງ ແລະ ສີຂຽວ.