ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ເຊິ່ງມາຮອດປະຈຸບັນ ຄົບຮອບ 5 ປີ, ໂດຍປະກອບດ້ວຍ 6 ປະເທດສະມາຊິກຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ສປ ຈີນ ເຊິ່ງມີເປົ້າຫມາຍສົ່ງເສີມ ແລະ ຮັດແຫນ້ນການຮ່ວມມື ເພື່ອການພັດທະນາເສດຖະກິດ-ສັງຄົມ ບົນພື້ນຖານການຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ເປັນຈິດຫນຶ່ງໃຈດຽວໃນການສ້າງຂົງເຂດພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມຈະເລີນ ແລະ ສົມບູນພູນສຸກ. ຂອບການຮ່ວມມືດັ່ງກ່າວໄດ້ຂະຫຍາຍຕົວໂດຍປິ່ນອ້ອມ 3 ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ເຊິ່ງໃນນີ້ ໄດ້ສຸມໃສ່ 5 ຂົງເຂດບູລິມະສິດເຊັ່ນ: ການເຊື່ອມຈອດ, ສົ່ງເສີມກຳລັງການຜະລິດ, ເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ.
ຕະຫລອດໄລຍະ 5 ປີທີ່ຜ່ານມາ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະສະເພາະຂອງການພັດທະນາຢູ່ໃນພາກພື້ນແມ່ນໍ້າຂອງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ບັນດາກົນໄກການຈັດຕັ້ງປະຕິບັດຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນເປັນຕົ້ນ ການສ້າງຕັ້ງ 6 ໜ່ວຍງານວິຊາການຮ່ວມຂອງຂະແໜງການບູລິມະສິດ, ສ້າງຕັ້ງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປ ຈີນ ປະກອບທຶນ 300 ລ້ານໂດລາສະຫະລັດ ເພື່ອສະຫນັບສະຫນູນໂຄງການຕ່າງໆ ແລະ ການສ້າງຕັ້ງກອງເລຂາແຫ່ງຊາດຂອງບັນດາປະເທດສະມາຊິກ ເພື່ອອຳນວຍຄວາມສະດວກ ແລະ ປະສານງານກັບຂະແຫນງການກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດບັນດາຖະແຫຼງການ, ແຜນປະຕິບັດງານຕ່າງໆ ທີ່ຜູ້ນຳໄດ້ຮັບຮອງເອົາໃຫ້ປະກົດຜົນເປັນຮູບປະທຳຕົວຈິງ. ນອກນັ້ນ, ຍັງໄດ້ສ້າງຕັ້ງບັນດາສູນຮ່ວມມືຕ່າງໆ ເພື່ອສະຫນັບສະຫນູນວຽກງານຕົວຈິງໃນ 5 ຂະແຫນງການບູລິມະສິດ ເຊັ່ນ: ສູນຮ່ວມມືການຄຸ້ມຄອງຊັບພະຍາກອນນໍ້າ, ສູນຮ່ວມມືການຄຸ້ມຄອງສິ່ງແວດລ້ອມ, ສູນຮ່ວມມື ແລະ ແລກປ່ຽນຊາວຫນຸ່ມ, ສູນຝຶກວິຊາຊີບ, ສູນຮ່ວມມືດ້ານກະສິກຳ ແລະ ສູນສາກົນເພື່ອການສຶກສາແມ່ນໍ້າຂອງ.
ສປປລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສະມາຊິກກໍ່ຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຕະຫຼອດໄລຍະ5ປີ ຜ່ານມາ, ສປປລາວໄດ້ເຄື່ອນໄຫວວຽກງານຂອບຮ່ວມມືດັ່ງກ່າວຢ່າງຕັ້ງຫນ້າໃນທຸກໆຂົງເຂດການຮ່ວມມື. ອັນສໍາຄັນ, ສປປລາວ ໄດ້ປະຕິບັດພັນທະການເປັນປະທານຮ່ວມກັບ ສປ ຈີນ ຕາມວາລະ 2 ປີ (2018-2020) ດ້ວຍຜົນສໍາເລັດອັນຈົບງາມ, ເຊິ່ງໃນວາລະເປັນປະທານຮ່ວມດັ່ງກ່າວ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ຄັ້ງທີ 5 ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ພາຍໃຕ້ຄຳຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ໃນຮູບແບບກອງປະຊຸມທາງໄກ ເຊິ່ງໄດ້ຮັບຮອງເອົາຖະແຫຼງການວຽງຈັນ ແລະ ຖະແຫຼງການປະທານຮ່ວມກອງປະຊຸມ ວ່າດ້ວຍການເຊື່ອມສານຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວການຄ້າສາກົນໃໝ່ ທາງບົກ-ທາງທະເລ.
ນອກຈາກຜົນສໍາເລັດທີ່ໄດ້ເປັນປະທານຮ່ວມ ແລະ ເປັນເຈົ້າພາບກອງປະຊຸມດັ່ງກ່າວ ທີ່ໄດ້ຍົກຖານະບົດບາດຂອງສປປລາວໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນແລະສາກົນ ແລ້ວ, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດ ທີ່ເປັນຮູບປະທຳຈາກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນຕົ້ນແມ່ນຈາກການຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ເຊັ່ນ: ໂຄງການທົດລອງແກ້ໄຂຄວາມທຸກຍາກລາວ-ຈີນ ທີ່ມີມູນຄ່າ 33 ລ້ານຢວນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ທີ່ຫາກໍ່ສໍາເລັດໃນປີ 2020 ຜ່ານມາ ເຊິ່ງໄດ້ສ້າງພື້ນຖານໂຄງລ່າງຂະໜາດນ້ອຍຄື: ສ້າງສຸກສາລາ, ຫໍພັກຄູ-ອາຈານ, ສູນບຳບັດຂີ້ເຫຍື້ອ, ແລະ ຝຶກອົບຮົມການເຮັດກະສິກຳສະອາດໃຫ້ຊາວບ້ານ ເພື່ອເປັນການສ້າງລາຍຮັບໃຫ້ຊາວບ້ານໃນເຂດດັ່ງກ່າວ. ຕັ້ງແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສປປ ລາວ ໄດ້ຮັບໂຄງການທັງຫມົດຈໍານວນ 46 ໂຄງການ, ຄິດເປັນມູນຄ່າລວມ 12 ລ້ານກວ່າໂດລາສະຫະລັດ. ມາເຖິງປະຈຸບັນປະຕິບັດສໍາເລັດແລ້ວ 8 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 29 ໂຄງການ ແລະ ກໍາລັງຈະເລີ່ມຈັດຕັ້ງປະຕິບັດອີກ 9 ໂຄງການ. ບັນດາໂຄງການເຫລົ່ານັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫລວງຫລາຍ.
ສປປ ລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ບົນຈິດໃຈການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ສາມັກຄີປອງດອງ ແລະ ເປັນຈິດຫນຶ່ງໃຈດຽວ ໃນການພັດທະນາຂົງເຂດພາກພື້ນແມ່ນໍ້າຂອງກໍ່ຄືການສົ່ງເສີມການຮ່ວມມື ໃຫ້ນັບມື້ນັບແຫນ້ນແຟ້ນ ແລະ ຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ. ສປປ ລາວ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະຫນັບສະຫນູນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫລອດມາ ໂດຍສະເພາະ ການສະຫນັບສະຫນູນທຶນຊ່ວຍເຫລືອ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງໄດ້ຊ່ວຍເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆໃນພາກພື້ນແມ່ນໍ້າຂອງໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຫມາກຜົນ ແລະ ເປັນຮູບປະທຳ.
ໃນໂອກາດຄົບຮອບ 5 ປີ ຂອງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂ້າພະເຈົ້າ ເຊື່ອໝັ້ນວ່າຂອບການຮ່ວມມືດັ່ງກ່າວ ຈະສືບຕໍ່ພັດທະນາຢ່າງຕໍ່ເນື່ອງ ແລະ ສົ່ງເສີມການຮ່ວມມື ລະຫວ່າງປະເທດແມ່ນ້ຳຂອງ ແລະ ສປ ຈີນ ໃຫ້ມີການຂະຫຍາຍຕົວຂຶ້ນເລື່ອຍໆ, ປະກອບສ່ວນເຂົ້າໃນການພັດທະນາພາກພື້ນແມ່ນໍ້າຂອງໃຫ້ມີຄຸນນະພາບ ແລະ ຍືນຍົງ ເພື່ອຮັບປະກັນໃຫ້ພາກພື້ນແມ່ນໍ້າຂອງເປັນພາກພື້ນ ທີ່ມີສັນຕິພາບ ແລະ ການພັດທະນາ ແລະ ປະກອບສ່ວນສະໜັບສະໜູນເຂົ້າໃນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ສປປ ລາວ ໃນຖານະປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບ ສປ ຈີນ ແລະ ປະເທດແມ່ນໍ້າຂອງ ແລະ ປະກອບສ່ວນເຂົ້າຮ່ວມກິດຈະກຳຕ່າງໆ ກໍຄື ການຮ່ວມຈັດຕັ້ງປະຕິບັດໂຄງການພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢ່າງຫ້າວຫັນ ເພື່ອເຮັດໃຫ້ຂອບການຮ່ວມມືດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວຕໍ່ໄປ ແລະ ມີໝາກຜົນຕົວຈິງແກ່ປະເທດສະມຊິກທັງໝົດ.