ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການເຄື່ອນໄຫວວຽກງານການທູດ ໄດ້ມີບົດບາດສຳຄັນໃນການປະກອບສ່ວນ ໃນການຂົນຂວາຍການຊ່ວຍເຫຼືອ ຈາກສາກົນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

 

ການເຄື່ອນໄຫວວຽກງານການທູດ ໄດ້ມີບົດບາດສຳຄັນໃນການປະກອບສ່ວນ ໃນການຂົນຂວາຍການຊ່ວຍເຫຼືອ

ຈາກສາກົນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 76 ປີ (12 ຕຸລາ 1945-2021)

ການຜັນປ່ຽນຂອງສະພາບການຂອງໂລກໃນແຕ່ລະໄລຍະເປັນສິ່ງທີ່ມີຄວາມທ້າທາຍບໍ່ໜ້ອຍສໍາລັບການເຄື່ອນ ໄຫວວຽກຕ່າງປະເທດຂອງ ສປປ ລາວ, ແຕ່ດ້ວຍການຊີ້ນໍາ-ນຳພາ ຢ່າງໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ລັດຖະບານ, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແລະ ປະຕິບັດຕາມຄໍາຂວັນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14ຄື:ການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໂດຍລົງເລິກ ‘‘ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ເປັນຮູບປະທຳ’’,ຊຶ່ງເຮັດໃຫ້ການເຄື່ອນໄຫວຕ່າງປະເທດຂອງ ສປປ ລາວ ເຮົາໃນຊຸມປີຜ່ານມາ ສາມາດສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນທັງຂອບສອງຝ່າຍ ແລະ ຫລາຍຝ່າຍໃນເວທີພາກພື້ນ ແລະ ສາກົນ, ຊຶ່ງໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

ໃນທ່າມກາງທີ່ສະພາບການຂອງໂລກ ກຳລັງປະເຊີນກັບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ຢູ່ໃນທົ່ວໂລກ, ຊຶ່ງໄດ້ສົ່ງຜົນກະທົບເປັນວົງກວ້າງ ເຮັດໃຫ້ເກີດການປ່ຽນແປງຄັ້ງໃຫຍ່ຫຼວງ, ທໍາລາຍລະບົບຕ່ອງໂສ້ເສດຖະກິດໂລກ, ເຮັດໃຫ້ທຸກປະເທດໃນໂລກ ຕ້ອງໄດ້ປັບໂຕເຂົ້າໃນການດຳລົງຊີວິດແບບໃຫມ່ (New Normal), ທັງປະເຊີນກັບເສດຖະກິດທີ່ຖົດຖອຍ ແລະ ຢຸດສະງັກເຊິ່ງໄດ້ສ້າງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງທຸກປະເທດໂດຍສະເພາະແມ່ນ ປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ ແມ່ນໄດ້ຮັບຜົນກະທົບຫລາຍເຊັ່ນດຽວກັນ ໃນການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ. ພັກ-ລັດຖະບານເຮົາ ໄດ້ຍົກສູງຄວາມເປັນເຈົ້າການເຂົ້າຮ່ວມການຕໍ່ສູ້ ເພື່ອສັນຕິພາບ, ຄວາມໝັ້ນຄົງ; ການຮັບມືກັບພະຍາດລະບາດ, ການປ່ຽນແປງດິນຟ້າອາກາດ ແລະ ການແກ້ໄຂບັນຫາອາດຊະຍາກຳຂ້າມຊາດ ຄຽງຄູ່ກັບການຮັບປະກັນເອກະລາດ, ອຳນາດອະທິປະໄຕ, ລະບອບການເມືອງ ຂອງປະເທດຊາດ; ຮັບປະກັນການສົມທົບ ລະຫວ່າງ ການເພີ່ມທະວີຮັດແໜ້ນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ກັບການສືບຕໍ່ປະຕິບັດທິດການເຊື່ອມຈອດ ແລະ ເຊື່ອມໂຍງສາກົນ, ສ້າງເງື່ອນໄຂການຍາດແຍ່ງ ດຶງດູດກຳລັງແຮງດ້ານທຶນຮອນ, ເຕັກໂນໂລຊີ, ນະວັດຕະກຳ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກຳລັງແຮງຂອງຊາດ.

ຂະແໜງການຕ່າງປະເທດ ເປັນຂະແໜງການທີ່ຢືນຢູ່ຖັນແຖວຫນ້າຂອງການຕໍ່ສູ້ການເມືອງການທູດມາໂດຍຕະຫຼອດ, ເຄື່ອນໄຫວເຈລະຈາເສີມຂະຫຍາຍການພົວພັນຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ, ໄດ້ເອົາໃຈໃສ່ຕິດຕາມສະພາບການຜັນແປຂອງໂລກຢ່າງໃກ້ຊິດ, ທັງເປັນເສນາທິການໃຫ້ແກ່ ພັກ-ລັດຖະບານ ໃນການຄົ້ນຄວ້າ ແລະ ປະສານຮັບເອົາການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດສາກົນ ດ້ວຍຫຼາຍຮູບການຢ່າງທັນການ, ເອົາໃຈໃສ່ຕິດຕາມສະຫຼຸບສັງລວມສະພາບການແຜ່ລະບາດ ແລະ ປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ບັນດາປະເທດຕ່າງໆທົ່ວໂລກ, ຊຸກຍູ້ຊ່ວຍເຫຼືອບັນດາພົນລະເມືອງລາວ ທີ່ຕົກຄ້າງຢູ່ຕ່າງປະເທດ ໃຫ້ສາມາດກັບຄືນປະເທດໄດ້ຢ່າງປອດໄພ ລວມທັງ ອຳນວຍຄວາມສະດວກໃຫ້ແກ່ຕ່າງປະເທດ ຮັບເອົາພົນລະເມືອງຂອງຕົນທີ່ຕົກຄ້າງຢູ່ ສປປ ລາວ ກັບຄືນປະເທດ ໄດ້ຢ່າງທັນການ, ເປັນເຈົ້າການເຄື່ອນໄຫວໃນເວທີສາກົນຢ່າງຕັ້ງຫນ້າ ໃນການປະສານສົບທົບກັບ ບັນດາປະເທດເພື່ອນມິດໃນໂລກ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຊອກຫາທາງອອກຮ່ວມກັນໃນການແກ້ໄຂວິກິດການຂອງໂລກ ໂດຍສະເພາະ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ພວມລະບາດຫນັກໃນທົ່ວໂລກ ໃນປະຈຸບັນ.

ຜ່ານການເຄື່ອນໄຫວການທູດຢ່າງຕັ້ງຫນ້າ ແລະ ຫ້າວຫັນ ໂດຍຜ່ານຊ່ອງທາງການເຈລະຈາການທູດທີ່ມີຄວາມ ນຸ້ມນວນ ແລະ ຄ່ອງແຄ້ວ ທັງຍຶດຫມັ້ນແນວທາງການຕ່າງປະເທດທີ່ສ້າງສັນ ແລະ ສະເໝີຕົ້ນສະເໝີປາຍຕະຫຼອດມາ, ເຮັດໃຫ້ ສປປ ລາວ ສືບຕໍ່ໄດ້ຮັບການພົວພັນຮ່ວມມືອັນດີ ແລະ ຍາດໄດ້ການສະໜັບສະໜູນຊ່ວຍເຫຼືອໃນດ້ານຕ່າງໆຈາກບັນດາປະເທດເພື່ອນມິດສາກົນ ໂດຍສະເພາະແມ່ນ ການຊ່ວຍເຫຼືອໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ເລີ່ມມີການແຜ່ລະບາດ ຢູ່ ສປປ ລາວ; ເປັນຕົ້ນແມ່ນ ການຊ່ວຍເຫຼືອຂອງ ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ, ສ.ອາເມຣິກາ, ອົດສະຕຣາລີ, ສ.ເກົາຫຼີ,    ຣາຊະອານາຈັກໄທ, ກຳປູເຈຍ, ການາດາ ແລະ ປະເທດອື່ນໆ, ບັນດາອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ-ພໍ່ແມ່ປະຊາຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ; ປະຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ ປະກອບມີ: ວັກແຊັງ (Sinopharm, Sputnik, AstraZeneca, Pfizer ແລະ Johnson&Johnsons Janssen) ລວມຫຼາຍກວ່າ 3 ລ້ານໂດສ, ບັນດາອຸປະກອນທາງການແພດ, ເງິນສົດ, ການສົ່ງທີມແພດຊ່ຽວຊານມາຊ່ວຍເຫຼືອໃຫ້ຄວາມຮູ້ດ້ານວິຊາການແກ່ຝ່າຍລາວ ແລະ ການຊ່ວຍເຫຼືອອື່ນໆ. ທັງຫມົດນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານສາທາລະນະສຸກຂອງລາວ ໃນການຮັບມືກັບພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກວ້າງ, ຊຶ່ງພັກ-ລັດຖະບານ ເຮົາ ຕັ້ງເປົ້າຫມາຍຈະສູ້ຊົນໃຫ້ພົນລະເມືອງລາວ ໄດ້ຮັບການສັກວັກແຊັງໃຫ້ໄດ້ 50% ພາຍໃນທ້າຍປີ 2021 ນີ້, ຊຶ່ງມາຮອດປະຈຸບັນ ເຫັນວ່າ ສາມາດບັນລຸການສັກວັກແຊັງເຂັມທີ 1 ສໍາເລັດແລ້ວ 43,56% ແລະ ເຂັມທີ 2 ສໍາເລັດແລ້ວ 37,28%. ສະນັ້ນ ເພື່ອຈະໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້ໃນກໍານົດເວລາ 3 ເດືອນ ທ້າຍປີ 2021 ນີ້, ສປປ ລາວ ຍັງເປັນປະເທດທີ່ມີຄວາມຕ້ອງການສູງ ໃນການຮັບເອົາການຊ່ວຍເຫຼືອຈາກວົງຄະນະຍາດສາກົນ, ຊຶ່ງເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ໃນການບັນລຸເປົ້າຫມາຍທີ່ວາງອອກ ໃນຄັ້ງນີ້.

ສປປ ລາວ ຈະສືບຕໍ່ເພີ່ມທະວີຄວາມເປັນເຈົ້າການປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາ ແລະ ຖືການທູດປ້ອງກັນເຫດເປັນທິດສຳຄັນ; ສືບຕໍ່ຂະຫຍາຍການພົວພັນຮ່ວມມືແບບຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ, ຫລາຍລະດັບ ລະຫວ່າງ ລັດກັບລັດ, ລະຫວ່າງ ພັກເຮົາ ກັບ ພັກການເມືອງຂອງຕ່າງປະເທດ ບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຮ່ວມມືອັນເປັນພື້ນຖານ ກັບບັນດາປະເທດເພື່ອນມິດຍຸດທະສາດ ທີ່ໄດ້ຮ່ວມກັນຍົກການຮ່ວມມືສູ່ລະດັບສູງອັນໃຫມ່ ໃຫ້ມີປະສິດທີຜົນຕົວຈິງກວ່າເກົ່າ, ໃນນັ້ນ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ; ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານກັບ ສປ ຈີນ ຕິດພັນກັບການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນໃນທຸກດ້ານ: ສືບຕໍ່ຮັກສາ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບບັນດາປະເທດອ້າຍນ້ອງ ແລະ ສະຫະພັນ ຣັດເຊຍ. ເສີມຂະຫຍາຍສາຍພົວພັນກັບປະເທດເພື່ອນມິດອື່ນໆ; ສືບຕໍ່ຮັກສາການພົວພັນມິດຕະພາບອັນດີ ກັບ ບັນດາປະເທດເພື່ອນບ້ານໃກ້ຄຽງ ທັງສືບຕໍ່ແກ້ໄຂບັນດາຂໍ້ຂັດແຍ່ງ ດ້ວຍການເຈລະຈາ ພ້ອມທັງຮັກສາ ແລະ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງກັນ; ສືບຕໍ່ເຄື່ອນໄຫວຢ່າງຕັ້ງຫນ້າໃນບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກ ແລະ ນຳຜົນປະໂຫຍດຕົວຈິງມາໃຫ້ແກ່ການພັດທະນາປະເທດຊາດ.

ເວົ້າລວມແລ້ວ ຍ້ອນມີການຊີ້ນຳ-ນຳພາ ອັນສະຫຼາດສ່ອງໃສຂອງພັກ-ລັດຖະບານເຮົາ, ຈຶ່ງເຮັດໃຫ້ຂະແໜງ ການຕ່າງປະເທດຂອງພວກເຮົາ ສາມາດຍາດໄດ້ຜົນປະໂຫຍດລວມມາສູ່ປະຊາຊົນບັນດາເຜົ່າ, ສືບຕໍ່ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ; ຂະແໜງການຕ່າງປະເທດ ຈະສືບຕໍ່ເປັນໃຈກາງໃນການປະສານງານຮັບເອົາການຊ່ວຍເຫຼືອຈາກ ວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478586
ມື້ນີ້7
ມື້ວານ174
ອາທິດນີ້295
ເດືອນນີ້4817