ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 6 ປີ 23 ມີນາ 2016 - 23 ມີນາ 2022

   

           

   

ບົດຄວາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ

ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 6 ປີ

23 ມີນາ 2016 - 23 ມີນາ 2022

----------

               

ໃນວັນທີ 23 ມີນາ 2016, ບັນດາຜູ້ນຳຈາກປະເທດແມ່ນໍ້າຂອງ (ກໍາປູເຈຍ, ສປປ ລາວ, ສສ ມຽນມາ, ໄທ ແລະ ສສ. ຫວຽດນາມ) ແລະ ສປ ຈີນ ໄດ້ຮ່ວມກັນປະກາດສ້າງຕັ້ງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນຢ່າງເປັນທາງການໃນກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງປະຖົມມະເລິກ ທີ່ ເມືອງຊັນຢາ, ໄຫໜານ, ສປ ຈີນ. ບັນດາປະເທດສະມາຊິກຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮ່ວມກັນວາງເປົ້າໝາຍ ເພື່ອການພັດທະນາເສດຖະກິດ-ສັງຄົມ ຮອບດ້ານ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແນໃສ່ຫຼຸດຜ່ອນຄວາມແຕກໂຕນ ທາງດ້ານການພັດທະນາ ໂດຍແນໃສ່ 3  ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນ ລະຫວ່າງປະຊາຊົນກັບປະຊາຊົນ, ເຊິ່ງໃນນີ້ໄດ້ສຸມໃສ່ 5 ຂົງເຂດບູລິມະສິດເຊັ່ນ:            ການເຊື່ອມຈອດ, ສົ່ງເສີມຄວາມອາດສາມາດການຜະລິດເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ. ນັບແຕ່ນັ້ນມາ, ການຮ່ວມມື ລະຫວ່າງປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າ   ລ້ານຊ້າງ ຍິ່ງເພີ່ມທະວີການພົວພັນ ແລະ ຂະຫຍາຍຂົງເຂດການຮ່ວມມືໃນດ້ານຕ່າງໆຫຼາຍຂຶ້ນ ເປັນຕົ້ນແມ່ນ: ການສຶກສາ, ສາທາລະນະສຸກ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກ ດ້ານການຂົນສົ່ງສິນຄ້າ ແລະ ອື່ນໆ ໂດຍສະແດງອອກຈາກໝາກຜົນ ຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກວິຊາການ ເພື່ອສ້າງຄວາມອາດສາມາດ ໃນການຍົກລະດັບການເຕີບໂຕ ທາງດ້ານເສດຖະກິດ ກໍຄືການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

          

ເລີ່ມຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ, ປະຊາຄົມໂລກໄດ້ປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ວິຖີການດຳລົງຊີວິດ, ການໄປມາຫາສູ່ລະຫວ່າງປະເທດ ແລະ ສະພາບເສດຖະກິດ ຢ່າງໜັກໜ່ວງ ລວມທັງການສູນເສຍຊີວິດ ຂອງປະຊາຊົນ ເປັນຈຳນວນຫຼວງຫຼາຍ. ທ່າມກາງສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດັ່ງກ່າວ ບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍບໍ່ເຄີຍລົດລະຄວາມພະຍາຍາມ ຕໍ່ຄວາມໝາຍໝັັ້ນຂອງການຮ່ວມມື ແລະ ໄດ້ສືບຕໍ່ເພີ່ມທະວີການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຕໍ່ສູ້ກັບໄພຂົ່ມຂູ່ຄັ້ງນີ້.

           

ເພື່ອເປັນການເພີ່ມທະວີການຮ່ວມມື ດັ່ງກ່າວ ສປ ຈີນ ກໍໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນໍ້້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ຂຶ້ນ ທີ່ນະຄອນສົງຊິງ, ສປ ຈີນ ໃນປີ 2021 ພາຍໃຕ້ການເປັນປະທານຮ່ວມຂອງ ສປ ຈີນ ແລະ ສສ ມຽນມາ. ກອງປະຊຸມໃນຄັ້ງນີ້ ໄດ້ມີຂໍ້ລິເລີ່ມທີ່ດີໃນການຂະຫຍາຍຂົງເຂດການຮ່ວມມືສູ່ລວງເລິກ ແລະ ລວງກວ້າງ ເຊັ່ນ: ການສົ່ງເສີມການຮ່ວມມື ເພື່ອການພັດທະນາແບບຍືນຍົງ, ການຮັດແໜ້ນການຮ່ວມມື ລະຫວ່າງອົງການປົກຄອງທ້ອງຖິ່ນ ແລະ ອື່ນໆ.

           

ຄ່ຽງຄູ່ກັບເປັນການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຈາກການເຂົ້າຮ່ວມ ແລະ ປະກອບສ່ວນໃນດ້ານຕ່າງໆແລ້ວ, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດ ທີ່ເປັນຮູບປະທໍາ ຈາກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນຕົ້ນແມ່ນການ ຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ເຊັ່ນ: ໂຄງການທົດລອງແກ້ໄຂຄວາມທຸກຍາກ ລາວ-ຈີນ ມູນຄ່າ 33 ລ້ານຢວນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ທີ່ ສໍາເລັດໃນປີ 2020 ເຊິ່ງໄດ້ສ້າງພື້ນຖານໂຄງລ່າງຂະໜາດນ້ອຍຄື: ສ້າງສຸກສາລາ, ຫໍພັກຄູ-ອາຈານ, ສູນບໍາບັດຂີ້ເຫຍື້ອ ແລະ ສູນຝຶກອົບຮົມການເຮັດກະສິກໍາສະອາດ ໃຫ້ປະຊາຊົນໃນລະດັບບ້ານ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນໃນເຂດດັ່ງກ່າວ. ພ້ອມດຽວກັນນີ້, ແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສປປ ລາວ ໄດ້ຮັບໂຄງການທັງຫມົດຈໍານວນ 56 ໂຄງການ, ຄິດເປັນມູນຄ່າລວມປະມານ 15 ລ້ານກວ່າໂດລາສະຫະລັດ. ມາເຖິງປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 11 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 45 ໂຄງການ ເຊິ່ງບັນດາໂຄງການເຫລົ່ານັ້ນໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ພາກພື້ນແມ່ນໍ້າຂອງ. 

             

ສປປ ລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມື ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ບົນຈິດໃຈການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມສາມັກຄີປອງດອງ ແລະ ເປັນຈິດຫນຶ່ງໃຈດຽວ ໃນການພັດທະນາອະນຸພາກພື້ນແມ່ນໍ້າຂອງ ກໍ່ຄືການສົ່ງເສີມການຮ່ວມມື ໃຫ້ນັບມື້ນັບແຫນ້ນແຟ້ນ, ຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ ແລະ ມີຜົນປະໂຫຍດຮ່ວມກັນ ລະຫວ່າງປະເທດສະມາຊິກ. ສປປ ລາວ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫຼອດມາ ໂດຍສະເພາະ ການສະໜັບສະໜູນທຶນຊ່ວຍເຫລືອ ເຂົ້າໃນກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆ ໃນອະນຸພາກພື້ນແມ່ນໍ້າຂອງ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີໝາກຜົນ ແລະ ເປັນຮູບປະທຳ.

                 

ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຊົມເຊີຍ ຕໍ່ການສ້າງຕັ້ງກົນໄກການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 6 ປີ ແລະ ຂໍອວຍພອນໃຫ້ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາອະນຸພາກພື້ນແມ່ນໍ້າຂອງ ໃຫ້ມີຄຸນນະພາບ ແລະ ຍືນຍົງ     ກໍຄື ຮັບປະກັນໃຫ້ເປັນອະນຸພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢ່າງຮອບດ້ານ ທັງປະກອບສ່ວນ ເຂົ້າໃນການສ້າງປະຊາຄົມອາຊຽນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ການບັນລຸເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ສປປ ລາວ ໃນຖານະປະເທດສະມາຊິກຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບ ສປ ຈີນ ແລະ ບັນດາປະເທດແມ່ນໍ້າຂອງໃນການ  ປະກອບສ່ວນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ ກໍຄື ການຈັດຕັ້ງຜັນຂະຫຍາຍ ບັນດາຖະແຫຼງການກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຄື ແຜນປະຕິບັດງານປີ (2018-2022) ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆ ພາຍໃຕ້ຂອບການຮ່ວມມືດັ່ງກ່າວຢ່າງຫ້າວຫັນ ຮັບປະກັນໝາກຜົນຕົວຈິງ ໃຫ້ແກ່ບັນດາປະເທດສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍໍ້າລ້ານຊ້າງ. 

          

ຂໍຂອບໃຈ

                   

          

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480403
ມື້ນີ້61
ມື້ວານ172
ອາທິດນີ້801
ເດືອນນີ້6634