ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບບັນດາການນຳພັກ ແລະ ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອນຮັບບັນດາທ່ານທູຕານຸທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ທີ່ໄດ້ມາຮ່ວມອວຍພອນ ພວກຂ້າພະເຈົ້າ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ແລະ ວັນຂຶ້ນປີໃໝ່ສາກົນ 2023 ທີ່ຈະມາເຖິງນີ້. ກ່ອນອື່ນ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານທູດອາວຸໂສ ທີ່ໄດ້ຕາງໜ້າບັນດາທ່ານ ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຕໍ່ຄໍາເວົ້າອັນຈົບງາມ ທີ່ມີຕໍ່ພວກຂ້າພະເຈົ້າ, ປະເທດລາວ ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.
ຂ້າພະເຈົ້າ ຕີລາຄາສູງຕໍ່ຄຳເຫັນ ແລະ ຄຳອວຍພອນຂອງບັນດາທ່ານ, ຊຶ່ງເປັນການສະແດງໃຫ້ເຫັນເຖິງໄມຕີຈິດ ມິດຕະພາບ ອັນດູດດື່ມ ແລະ ການຮ່ວມມືທີ່ດີ ລະຫວ່າງ ປະເທດຂອງພວກທ່ານ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ມີຕໍ່ ສປປ ລາວ ຂອງພວກຂ້າພະເຈົ້າ. ນອກນັ້ນ, ກໍ່ເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງ ແຫ່ງການພັດທະ ນາປະເທດຊາດ ກ້າວສູ່ຈຸດໝາຍ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເທື່ອລະກ້າວ.
ບັນດາທ່ານແຂກ ທີ່ມີກຽດ, ທ່ານ ຍິງ ແລະ ທ່ານຊາຍ,
ຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ແລະ ສາມາດຍາດໄດ້ຜົນສຳເລັດ ເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານ ທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້. ໝາກຜົນທີ່ກ່າວມາຂ້າງເທິງນີ້ ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າປັດສະຈາກການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຂອງ ສປປ ລາວ ກໍ່ຄື ວົງຄະນາຍາດສາກົນໂດຍລວມ. ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ກໍ່ຄື ບັນດາອົງການຈັດຕັ້ງສາກົນ ຕະຫຼອດໄລຍະທີ່ຜ່ານມາ ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກໍ່ຄື ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ບັນດາທ່ານແຂກທີ່ມີກຽດ, ທ່ານ ຍິງ ແລະ ທ່ານ ຊາຍ,
ລັດຖະບານ ສປປ ລາວ ສືບຕໍ່ຍືດໝັ້ນນະໂຍບາຍການຕ່າງປະເທດແຫ່ງ ສັນຕິພາບ, ມິດຕະພາບ, ເອກະລາດ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ອັນເປັນພື້ນຖານ ຂອງການເສີມຂະຫຍາຍການພົວພັນຮ່ວມມືທີ່ດີກັບຕ່າງປະເທດ ກໍ່ຄືການປະກອບສ່ວນປະຕິບັດພັນທະຂອງຕົນ ໃນເວທີພາກພື້ນ ແລະ ສາກົນ, ເຂົ້າຮ່ວມຢ່າງຫ້າວຫັນໃນຂະບວນການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງຂອງສາກົນ ແລະ ການຮ່ວມມືເພື່ອການພັດທະນາ ໃນສະພາບທີ່ທົ່ວໂລກຂອງພວກເຮົາ ກຳລັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊິ່ງລວມທັງບັນຫາໄພພິບັດທາງທຳມະຊາດ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕະຫຼອດຮອດ ຄວາມຂັດແຍ້ງທາງພູມມິສາດການເມືອງ ກໍ່ຄື ວິກິດການດ້ານເສດຖະກິດ ແລະ ພະລັງງານ; ການຮ່ວມມືສາກົນທີ່ເປັນປຶກແຜ່ນ, ຄວາມເຊື່ອໝັ້ນ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ກາຍເປັນສິ່ງທີ່ຕ້ອງມີ ແລະ ຂາດບໍ່ໄດ້ ເຊິ່ງມັນຈະສາມາດຊ່ວຍໃຫ້ພວກເຮົາທັງໝົດ ແກ້ໄຂບັນຫານໍາກັນດ້ວຍສັນຕິວິທີ, ສ້າງເງື່ອນໄຂໃຫ້ພວກເຮົາຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ພວກເຮົາກຳລັງປະເຊີນໃນປັດຈຸບັນ. ໃນສະພາບເງື່ອນໄຂດັ່ງກ່າວນີ້, ຂ້າພະເຈົ້າ ຂໍຢືນຢັນຄືນ ນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ ຂອງ ພັກ ແລະ ລັດຖະບານ ຂອງພວກຂ້າພະເຈົ້າ. ສປປ ລາວ ພ້ອມທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.
ບັນດາທ່ານແຂກທີ່ມີກຽດ, ທ່ານ ຍິງ ແລະ ທ່ານ ຊາຍ,
ຕະຫຼອດໄລຍະ 2 ປີ ທີ່ຜ່ານມາ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ກາຍເປັນປະກົດການໃໝ່ ທີ່ເຮັດໃຫ້ວົງຄະນາຍາດສາກົນ ຕ້ອງໄດ້ຊອກຊ່ອງທາງໃນການດຳລົງຊີວິດແບບໃໝ່ ແລະ ກຽມຄວາມພ້ອມເພື່ອປັບຕົວເຂົ້າກັບທຸກສະຖານະການທີ່ອາດເກີດຂຶ້ນໃນຕໍ່ໜ້າ. ປີນີ້ ຖືວ່າເປັນປີທຳອິດໃນຮອບ 2 ປີກວ່າ ທີ່ພວກເຮົາໄດ້ຈັດພິທີທາງການສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຮ່ວມກັບບັນດາທ່ານທູຕານຸທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ທີ່ປະຈໍາ ຢູ່ ສປປ ລາວ. ການທີ່ພວກເຮົາສາມາດຈັດພິທີນີ້ໄດ້ ແມ່ນໝາກຜົນຂອງການຮ່ວມມື ທີ່ມີປະສິດທິຜົນຂອງວົງຄະນາຍາດສາກົນ, ແມ່ນໝາກຜົນຂອງການເປັນຈິດໜຶ່ງໃຈດຽວ, ຈັບມືກັນແກ້ໄຂ ແລະ ຜ່ານຜ່າອຸປະສັກນໍາກັນ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ປະເທດໃຫຍ່ ເພື່ອຕໍ່ສູ້ ແລະ ຈໍາກັດການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເຮັດໃຫ້ປະເທດຕ່າງໆໃນໂລກ ສາມາດເປີດປະເທດຄືນໃໝ່, ຟື້ນຟູເສດຖະກິດທີ່ຖືກຜົນກະທົບຢ່າງໜັກ ຈາກພະຍາດໂຄວິດ-19.
ໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ກໍ່ຄື ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນມາຍັງ ວົງຄະນາຍາດສາກົນທີ່ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ລວມທັງດ້ານເຕັກນິກ, ອຸປະກອນການເເພດ ແລະທັງວັກແຊງປ້ອງກັນພະຍາດໂຄວິດ-19, ອັນໄດ້ເຮັດໃຫ້ ສປປ ລາວ ຂອງພວກຂ້າພະເຈົ້າ ຜ່ານພົ້ນວິກິດການການເເຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປີດປະເທດຢ່າງເຕັມສ່ວນ ຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ. ສປປ ລາວ ຈະສືບຕໍ່ຮ່ວມມືກັບວົງຄະນາຍາດສາກົນ ໃນການສະກັດກັ້ນ ແລະ ແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ນີ້ຕໍ່ໄປ.
ບັນດາທ່ານ ແຂກທີ່ມີກຽດ, ທ່ານ ຍິງ, ທ່ານ ຊາຍ.
ປີໃໝ່ສາກົນ 2023 ໃກ້ຈະໝູນວຽນມາເຖິງ ໃນມໍ່ໆນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ ພັກ-ລັດ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ ຂໍອວຍພອນໃຫ້ບັນດາທ່ານທັງຫຼາຍ ທີ່ມາຮ່ວມໃນພິທີຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າ ຂອງທຸກໆທ່ານ.
ພ້ອມກັນນີ້, ຂໍຜ່ານບັນດາທ່ານ ສົ່ງຄວາມຢ້ຽມຢາມຖາມຂ່າວ ແລະ ພອນໄຊ ອັນປະເສີດ ໄປຍັງປະມຸກລັດ, ຫົວໜ້າລັດຖະບານ ແລະ ປະຊາຊົນຂອງປະເທດ ກໍ່ຄື ການນຳ ຂອງອົງການຈັດຕັ້ງສາກົນ ຂອງບັນດາທ່ານ ມານະໂອກາດນີ້ດ້ວຍ.
ອວຍພອນໃຫ້ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະຊາຊາດໃນໂລກ ຈົ່ງຍືນຍົງຕະຫຼອດໄປ.
ຂໍຂອບໃຈ