ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ, ເນື່ອງ​ໃນ​ໂອ​ກາດ​ວັນສ້າງຕັ້ງ​​ຂອບ​ການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 8 ປີ (23 ມີນາ 2016 - 23 ມີນາ 2024)

   

  

   

20240322 Mekong Lanechang

   

   

ເນື່ອງ​ໃນ​ໂອ​ກາດ​ວັນສ້າງຕັ້ງ​​ຂອບ​ການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 8 ປີ, ຂ້າພະ​ເຈົ້າ ຂໍສະແດງຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ​ມາ​ຍັງ​ບັນດາ​ລັດຖະບານ ​ແລະ ປະຊາຊົນ​ ຂອງບັນດາ​ປະ​ເທດ​ສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

  

ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ກາຍເປັນເວທີສຳຄັນເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ຢູ່ ອະນຸພາກພື້ນແມ່ນ້ຳຂອງ ໂດຍຍຶດຖືຫລັກການແຫ່ງ ຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ສ້າງຄວາມສົມບູນພູນສຸກຮ່ວມກັນ.

  

​ໃນ​ຂະນະ​ທີ່​ພວກ​ເຮົາ​ທົບທວນ​ຄືນ​ໝາກຜົນທີ່​ໄດ້ຮັບຕະຫລອດ 8 ປີຜ່ານມາ, ບົນເນື້ອໃນຈິດໃຈ “ຮ່ວມ​ແມ່​ນ້ຳ​ສາຍດຽວກັນ, ສ້າງອານາຄົດ​​ຮ່ວມ​ກັນ”, ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້ເຫັນຄວາມຄືບໜ້າທີ່​ສຳຄັນ ປິ່ນອ້ອມ 3 ເສົາຄໍ້າ (ການເມືອງ-ຄວາມຫມັ້ນຄົງ, ການພັດທະນາເສດຖະກິດແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ) ແລະ 5 ຂົງເຂດການຮ່ວມມືບູລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ, ຄວາມອາດສາມາດດ້ານການຜະລິດ, ເສດຖະກິດຂ້າມຊາຍແດນ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ). ຈຸດ​ສຸມ​ຕົ້ນຕໍ​ ແມ່ນແນໃສ່ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອພັດທະນາ​ ເສດຖະກິດ-ສັງຄົມ​ ແບບຍືນຍົງ, ຮັດແໜ້ນການຮ່ວມມືສູ່ລວງ​ເລິກ ​ເພື່ອ​ສົ່ງເສີມສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສົມບູນພູນສຸກ, ສ້າງ​ຄວາມ​ໄວ້ເນື້ອເຊື່ອໃຈ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມໃນການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ ​ແລະ ​ເຊື່ອມ​ຈອດ ​ພາກ​ພື້ນ​ແມ່​ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໃນນີ້, ໄດ້ເນັ້ນໃສ່ການຂະຫຍາຍການຮ່ວມມືເພື່ອສ້າງແລວເສດຖະກິດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ແລະ ການຫັນສູ່ທັນສະໄໝ ແລະ ເພີ່ມທະວີການຜະລິດພະລັງງານ, ສິນຄ້າກະສິກຳ ແລະ ອຸດສາຫະກຳ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຫັນສູ່ທັນສະໄໝ ລວມທັງການເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຫຼຸດຜ່ອນຄວາມທຸກຍາກ.

  

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປັນປັດໄຈກະຕຸ້ນຜົນປະໂຫຍດຕົວຈິງຢູ່ໃນ ສປປ ລາວ ແລະ ອະນຸພາກພື້ນແມ່ນໍ້າຂອງ. ສປປ ລາວ ໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂະບວນການຕ່າງໆຂອງຂອບການຮ່ວມມືດັ່ງກ່າວຢ່າງຫ້າວຫັນ ແລະ ໄດ້ຮັບຜົນປະໂຫຍດທີ່ເປັນຮູບປະທໍາຜ່ານບັນດາໂຄງການ ແລະ ຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນ ໂຄງການຫຼຸດຜ່ອນຄວາມທຸກຍາກ ລາວ-ຈີນ ແລະ ຂໍ້ລິເລີ່ມອື່ນໆ ແນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການສ້າງຂີດຄວາມສາມາດ. ຍິ່ງໄປກວ່ານັ້ນ, ບັນດາໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ໃຫ້ການສະຫນັບສະຫນູນດ້ານການຝຶກອົບຮົມ ແລະ ການລິເລີ່ມພັດທະນາໃນຂະແໜງຕ່າງໆ ເຊິ່ງໄດ້ປະກອບສ່ວນເຂົ້າໃນຄວາມກ້າວຫນ້າທາງດ້ານເສດຖະກິດ-ສັງຄົມ. ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 80 ໂຄງການ ລວມມູນຄ່າ ປະມານ 21 ລ້ານໂດລາສະຫະລັດ. ມາ​ຮອດ​ປະຈຸ​ບັນ, ​ໄດ້ຈັດຕັ້ງປະຕິບັດ​ສຳ​ເລັດ ຈໍານວນ 30 ​ໂຄງການ ​ແລະ 50 ​ໂຄງການ​ ແມ່ນຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດ.

  

ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ໄລຍະໃໝ່ຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຕໍ່ໜ້າ, ພວກເຮົາຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະຮ່ວມກັນບັນລຸເປົ້າໝາຍ ແລະ ຈຸດປະສົງຂອງການຮ່ວມມື ກໍຄື ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ທີ່ໄດ້ຈັດຂຶ້ນໃນປີ 2023 ເຊັ່ນ: ຖະແຫຼງການ ເນປີດໍ, ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (2023-2027) ແລະ ຖະແຫລງການວ່າດ້ວຍຂໍ້ລິເລີ່ມສ້າງແລວນະວັດຕະກໍາ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ບົດບາດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຮອບດ້ານ ແມ່ນສອດຄ່ອງກັບ ວິໄສທັດ ຂອງການສ້າງປະຊາຄົມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ຈະເລີນຮຸ່ງເຮືອງ ແລະ ເຊື່ອມຈອດກັນ ກໍຄື ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ.

  

ຂ້າພະເຈົ້າ, ຂໍສະແດງຂອບໃຈ ມາຍັງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ທີ່ໃຫ້ຄວາມຮ່ວມມື ແລະ ການສະໜັບສະໜູນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫລອດມາ, ໂດຍສະເພາະ ກໍແມ່ນ ຜ່ານກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ບັນດາໂຄງການອະນຸພາກພື້ນຕ່າງໆ ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນໃນອະນຸພາກພື້ນແມ່ນ້ຳຂອງ. ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງ ສປປ ລາວ ໃນຂອບການຮ່ວມມືດັ່ງກ່າວ ໄດ້ເນັ້ນໜັກຄວາມໝາຍໝັ້ນຂອງພວກເຮົາ ໃນການສືບຕໍ່ຮ່ວມມືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກທັງໝົດ. 

  

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 8 ປີ, ພວກເຮົາຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ຍົກລະດັບຂອບການຮ່ວມມືດັ່ງກ່າວໄປສູ່ລະດັບໃໝ່ ກໍເພື່ອຮັບປະກັນ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ທົ່ວໂລກ.

  

ຂໍໍຂອບໃຈ

  

  

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487869
ມື້ນີ້115
ມື້ວານ194
ອາທິດນີ້231
ເດືອນນີ້1262