ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ

ແຈ້ງການຂອງກະຊວງການຕ່າງປະເທດ

       

                ເລື່ອງ: ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນ

                            ທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ.

          ສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ທີ່ໄດ້ລົງນາມໃນວັນທີ 08 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ, ມີຜົນບັງຄັບໃຊ້ນັບແຕ່ວັນທີ 02 ທັນວາ 2017, ເຊິ່ງມີເນື້ອໃນສຳຄັນດັ່ງລຸ່ມນີ້:

  1. ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ມີອາຍຸນຳໃຊ້ໄດ້ ແລະ ບໍ່ມີຈຸດປະສົງໄປເຄື່ອນໄຫວຫາວຽກເຮັດງານທຳ, ສຶກສາຢູ່ຕາມສະຖາບັນການສຶກສາຕ່າງໆ ຫຼື ດຳລົງຊີວິດຢູ່ແບບຖາວອນໃນດິນແດນຂອງຄູ່ສັນຍາ, ສາມາດເດີນທາງເຂົ້າ-ອອກ, ພັກເຊົາ ຫຼື ຜ່ານດິນແດນຂອງອີກຝ່າຍໜຶ່ງ ໃນໄລຍະກຳນົດເວລາສາມສິບ (30) ວັນ ໂດຍບໍ່ຈຳເປັນຂໍວີຊາ.
  2. ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ບໍ່ໄດ້ລະບຸໃນຂໍ້ 1 ຈະຕ້ອງໄດ້ຂໍວີຊາ ເພື່ອເດີນທາງເຂົ້າໄປໃນດິນແດນຂອງຄູ່ສັນຍາ.
  3. ໄລຍະກຳນົດຂອງການພັກເຊົາສຳລັບບຸກຄົນຢູ່ໃນດິນແດນຂອງຄູ່ສັນຍາທີ່ລະບຸໄວ້ໃນຂໍ້ 1 ສູງສຸດບໍ່ເກີນເກົ້າສິບ (90) ວັນ ໃນໄລຍະເວລາຮ້ອຍແປດສິບ (180) ວັນ.
ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478570
ມື້ນີ້165
ມື້ວານ165
ອາທິດນີ້279
ເດືອນນີ້4801