ວັນທີ 10 ມິຖຸນາ 2018ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24 ຕາມການເຊື້ອເຊີນ ຂອງ ສຳນັກໜັງສືພິມເສດຖະກິດ ຍີ່ປຸ່ນ ຫຼື ນິກເກ (NIKKEI) ໃນວັນທີ 11-12 ມິຖຸນາ 2018 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ.
ກອງປະຊຸມຄັ້ງນີ້ ຈະດຳເນີນໄປ ພາຍໃຕ້ຫົວຂໍ້ “ສືບຕໍ່ເປີດກ້ວາງອາຊີ-ຈະເຮັດແນວໃດ ເພື່ອບັນລຸ ຄວາມວັດທະ ນາຖາວອນ ແລະ ມີສະຖຽນລະພາບ” (Keeping Asia Open – How to Achieve Prosperity and Stability), ຊຶ່ງ ທ່ານ ນາຍົກລັດຖະມົນຕີ ຈະໃຫ້ກຽດຂຶ້ນກ່າວ ບົດປາໄສ ຕໍ່ ຫົວຂໍ້ດັ່ງກ່າວ ແລະ ຈະໃຫ້ສຳພາດຂ່າວ ທີ່ປິ່ນອ້ອມວຽກງານ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ທັດສະນະ ຕໍ່ການເຊື່ອມໂຍງເສດຖະກິດ ພາກພື້ນ ແລະ ສາກົນ ໃນປະຈຸບັນ.
ໃນໂອກາດເຄື່ອນໄຫວ ຢູ່ ປະເທດຍີ່ປຸ່ນ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍ ກັບ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ຍີ່ປຸ່ນ ຢ່າງເຕັມຮູບແບບ ແລະ ຮັບການເຂົ້າຢ້ຽມຂ່ຳນັບ ບັນດາການນຳ ທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ບັນດາ ອົງການ/ສະມາຄົມ ທີ່ສຳຄັນ ຂອງ ປະເທດ ຍີ່ປຸ່ນ ອີກດ້ວຍ.
ກອງປະຊຸມສາກົນ ກ່ຽວກັບ ອະນາຄົດ ຂອງອາຊີ ແມ່ນໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 1995 ເປັນຕົ້ນມາ ໂດຍສຳນັກໜັງສືພິມ ນິກເກ ຂອງ ຍີ່ປຸ່ນ, ເຊິ່ງໄດ້ເຊື້ອເຊີນ ບັນດາຜູ້ນຳ, ຜູ້ບໍລິຫານຂັ້ນສູງ ຂອງພາກລັດ ແລະ ເອກະຊົນ ລວມທັງອະດີດການນຳ, ຜູ້ຊົງຄຸນນະວຸດທິ, ປະທານອົງການ ແລະ ສະຖາບັນພາກພື້ນ ແລະ ສາກົນ ໃນທົ່ວພາກພື້ນອາຊີ ເຂົ້າຮ່ວມ ເພື່ອລະດົມແນວຄວາມຄິດ ແລະ ມີຂໍ້ສະເໜີແນະໃໝ່ໆ ທີ່ສ້າງສັນ ແນໃສ່ສືບຕໍ່ ພັດທະນາ ພາກພື້ນອາຊີ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພະນະທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນປີ 2017 ຜ່ານມາ.