ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນເດືອນ ມັງກອນ 2018 ທີ່ ກໍາປູເຈຍ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2018-2022, ສປປ ລາວ ໃນນາມປະທານຮ່ວມຂອງຂອບການຮ່ວມມືດັ່ງກ່າວ ສໍາລັບປີ 2018-2020, ຈະໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 (The 4th Mekong – Lancang Cooperation Foreign Ministers’ Meeting) ຂຶ້ນໃນລະຫວ່າງວັນທີ 15-17 ທັນວາ 2018 ທີ່ ນະຄອນ ຫລວງພະບາງ.
ກອງປະຊຸມຄັ້ງນີ້ ຈະດຳເນີນໄປ ພາຍໃຕ້ການເປັນປະທານຮ່ວມ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ເຊິ່ງຈະມີຄະນະຜູ້ແທນຂັ້ນສູງ ນຳໂດຍ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫຼື ທຽບເທົ່າ ຈາກບັນດາປະເທດແມ່ນ້ຳຂອງຄື: ສປປ ລາວ, ກຳປູເຈຍ, ສປຈີນ, ມຽນມາ, ໄທ ແລະ ສສ ຫວຽດນາມ ຫຼາຍກວ່າ 120 ກວ່າທ່ານເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມຄັ້ງນີ້ ຈະໄດ້ທົບທວນຄວາມຄືບໜ້າ ແລະ ຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆຂອງຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ປຶກສາຫາລືບັນດາແຜນງານໃນຕໍ່ໜ້າ ແລະ ຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ທີ່ ແຂວງ ຫລວງພະບາງ ນີ້. ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມ ຂັ້ນລັດຖະມັນຕີ, ກໍຈະຈັດກອງປະຊຸມໜ່ວຍງານຮ່ວມດ້ານການທູດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ.
ສຳລັບຂອບຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຜ່ານມາໄດ້ມີການຈັດກອງປະຊຸມລະດັບຜູ້ນຳ ຄັ້ງປະຖົມມະລຶກຂຶ້ນໃນປີ 2016. ມາເຖິງປັດຈຸບັນ, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຖືວ່າເປັນກອງປະຊຸມທີ່ມີສຳຄັນໜຶ່ງ ແນໃສ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ຂະບວນການເຊື່ອມໂຍງຂອງພາກພື້ນ, ສ້າງປະຊາຄົມຮ່ວມຊາຕາກຳ ປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ກໍຄື ສປປ ລາວ ເຮົາ ໃຫ້ມີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສີວິໄລ.