ໂດຍຕອບສະໜອງຕາມການເຊຶ້ອເຊີນຂອງ ພະນະທ່ານ ວິກຕໍຣ ອໍຣບານ, ນາຍົກ ລັດຖະມົນຕີ ຮົງກາຣີ ແລະ ພະນະທ່ານ ນາງ ອັງເກລາ ແມກເກລ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມ ປະເທດ ຮົງກາຣີ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ຢ່າງເປັນທາງການ ຄັ້ງປະຖົມມະລືກ ໃນລະຫວ່າງວັນທີ 09-14 ມີນາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ສປປ ລາວ - ຮົງກາຣີ ແລະ ສປປ ລາວ - ສສ ເຢຍລະມັນ.