ປະກາດ
ຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງເພື່ອແຂ່ງຂັນຊິງລາງວັນອາຊຽນປະຈຳປີ 2019
ອາຊຽນ (ASEAN) ຈະຈັດການແຂ່ງຂັນຊີງລາງວັນ(ASEAN Prize 2019) ປະຈຳປີ 2019, ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນສົ່ງເສີມການຮ່ວມມື ແລະ ການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມເອກະລັກຂອງອາຊຽນ (ASEAN Identity), ສົ່ງເສີມນໍ້າໃຈຄອບຄົວອາຊຽນ (ASEAN Spirit), ແລະ ສະໜັບສະໜູນວິຖີທາງຂອງອາຊຽນ (ASEAN Way).
ເງື່ອນໄຂໃນການຄັດເລືອກ
1.1. ຕ້ອງເປັນພົນລະເມືອງລາວ ຫຼື ເປັນອົງການຈັດຕັ້ງ ທີ່ຂື້ນທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ລວມມີ ຫົວໜ່ວຍຕ່າງໆຂອງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ຄອບຄົວຕົວແບບ, ສະຫະກອນ ແລະ ກຸ່ມການຜະລິດ-ບໍລິການ.
1.2. ຕ້ອງມີຜົນງານດີເດັ່ນ ແລະ ເປັນທີ່ຍອມຮັບຈາກສັງຄົມໂດຍທົ່ວໄປ ໂດຍສະເພາະແມ່ນ ດີເດັ່ນໃນດ້ານການປະສານ ງານຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ; ການຮ່ວມມືລະຫວ່າງອາຊຽນ ກັບ ສາກົນ; ຮັດແໜ້ນການພົວພັນ ຮ່ວມມືລະຫວ່າງປະຊາຊົນໃນປະເທດສະມາຊິກອາຊຽນ; ມີການເຊື່ອມໂຍງດ້ານເສດຖະກິດ ແລະ ການສົ່ງເສີມ ມາດຕະຖານລະຫວ່າງປະເທດສະມາຊິກອາຊຽນ; ແລະ ດີເດັ່ນໃນການປະກອບສ່ວນສ້າງປະຊາຄົມອາຊຽນ.
1.3. ປະຕິບັດຕາມແນວທາງຂອງພັກ, ລະບຽບກົດໝາຍ ແລະ ນະໂຍບາຍຂອງລັດ, ເຄົາລົບນັບຖືຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.
ການສະເໜີບຸກຄົນ ຫຼື ອົງການຈັດຕັ້ງທີ່ຖືກຄັດເລືອກ