ແຈ້ງການກະຊວງການຕ່າງປະເທດ
ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມ ຢ່າງເປັນທາງການ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ຊີວະປະຫວັດ ຂອງ ພະນະທ່ານ ຫວໍ ວັນ ເຖືອງ,
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຊື່ເຕັມ: ຫວໍ ວັນ ເຖືອງ
ເພດ: ຊາຍ
ວັນ ເດືອນ ປີເກີດ: 13 ທັນວາ 1970
ບ້ານເກີດ: ຕາແສງ ອານເຟືອກ , ເມືອງ ແມ້ງທິ , ແຂວງວິ້ງລອງ
ຊົນເຜົ່າ: ກິງ
ວັນ ເດືອນ ປີ ເຂົ້າພັກສຳຮອງ: 18 ພະຈິກ 1993
ວັນ ເດືອນ ປີ ເຂົ້າພັກສົມບູນ: 18 ພະຈິກ 1994
ລະດັບການສຶກສາ:
- ການສຶກສາລະດັບສາມັນ: 12/12
- ປະລິນຍາຕີ ສາຂາປັດຊະຍາ
- ປະລິນຍາໂທ ສາຂາວິທະຍາສາດ ສັງຄົມ ແລະ ມະນຸດສາດ
- ລະດັບທິດສະດີການເມືອງ: ຂັ້ນສູງ
- ພາສາຕ່າງປະເທດ: ພາສາ ອັງກິດ
ຕຳແໜ່ງ:
- ກໍາມະການສໍາຮອງ ສູນກາງພັກ ຊຸດທີ X;
- ກໍາມະການສູນກາງພັກ ຊຸດທີ XI, XII ແລະ XII;
- ເລຂາທິການສູນກາງພັກ ຊຸດທີ XII ແລະ XIII;
- ກໍາມະການກົມການເມືອງສູນກາງພັກ ຊຸດທີ XII ແລະ XIII;
- ຮອງສະພານິຕິບັນຍັດ ຊຸດ XII, XIV ແລະ XV.
ປະສົບການເຮັດວຽກ:
ປີ 1993-2004: ເຂົ້າຮັບຫຼາຍຕຳແໜ່ງ ຢູ່ ສູນກາງຊາວໜຸ່ມ ນະຄອນໂຮ່ຈິມິນ ຄື: ເປັນສະມາຊິກ; ຮອງຫົວໜ້າກົມ , ຫົວໜ້າກົມ; ກຳມະການຄະນະບໍລິຫານງານ, ສະມາຊິກຂອງຄະນະປະຈຳ, ຮອງເລຂາທິການ, ຈາກນັ້ນ ເປັນເລຂາທິການຄະນະບໍລິຫານງານ ສູນກາງຊາວໜຸ່ມ ນະຄອນ ໂຮ່ ຈິ ມິນ; ເປັນຮອງປະທານ, ຕໍ່ມາ ເປັນປະທານສະມາຄົມນັກສຶກສາ ນະຄອນ ໂຮ່ ຈິ ມິນ; ປະທານສະມາຄົມຊາວໜຸ່ມ ນະຄອນ ໂຮ່ ຈິ ມິນ; ກໍາມະການຄະນະບໍລິຫານງານ, ກໍາມະການຄະນະປະຈໍາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈິມິນ; ກຳມະການຄະນະພັກ ນະຄອນ ໂຮ່ ຈິ ມິນ (ແຕ່ເດືອນ ຕຸລາ 2003).
ເດືອນ ພະຈິກ 2004 - ເດືອນ ຕຸລາ 2006: ກຳມະການຄະນະພັກ ນະຄອນ ໂຮ່ຈິມິນ ແລະ ເລຂາພັກເມືອງ 12.
ເດືອນ ເມສາ 2006: ກໍາມະການສໍາຮອງ ສູນກາງພັກ ຊຸດທີ X;
ເດືອນ ຕຸລາ 2006: ເລຂາຄະນະປະຈໍາ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ( ແຕ່ ເດືອນ ມັງກອນ ປີ 2007 ) , ປະທານ ສະມາຄົມຊາວຫນຸ່ມ ຫວຽດນາມ, ປະທານຄະນະກໍາມະທິການຊາວໜຸ່ມ ຫວຽດນາມ ສາກົນ, ຮອງປະທານ ສະພາແຫ່ງຊາດ ຊຸດທີ XII.
ເດືອນ ມັງກອນ 2011 - ເດືອນ ເມສາ 2014: ກໍາມະການສູນກາງພັກ ຊຸດທີ XI, ເລຂາພັກແຂວງ ກວາງ ຫງາຍ ( ນັບແຕ່ ເດືອນ 8/2011 ).
ເດືອນ ເມສາ 2014 - ເດືອນ ມັງກອນ 2016: ຮອງເລຂາ ຄະນະພັກ ນະຄອນ ໂຮ່ຈີມິນ.
ເດືອນ ມັງກອນ 2016: ກໍາມະການ ສູນກາງພັກ ຊຸດທີ XII; ໄດ້ຮັບການເລືອກຕັ້ງຈາກ ກຳມະການ ສູນກາງພັກ ຂຶ້ນເປັນ ກົມການເມືອງ; ໄດ້ຮັບການແຕ່ງຕັ້ງ ໂດຍ ກົມການເມືອງ ໃຫ້ເປັນ ຄະນະເລຂາທິການສູນກາງພັກ.
ເດືອນ ກຸມພາ 2016 - ເດືອນ ມັງກອນ 2021: ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະ ໂຄສະນາ ແລະ ອົບຮົມສູນກາງພັກ.
ເດືອນ ມັງກອນ 2021: ກໍາມະການກົມການເມືອງສູນກາງພັກ, ສະມາຊິກຖາວອນ ຄະນະເລຂາທິການສູນກາງພັກ (ເດືອນ ກຸມພາ 2021 ) .
ເດືອນ ມີນາ 2023: ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.