ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 15-16 ພຶດສະພາ 2023

    

  

  

  ແຈ້ງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

    

FM Penny Wong

     

ເພື່ອ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ຂອງ ​ພະນະ​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແຫ່ງ ອົດ​ສະຕຣາລີ ພ້ອມ​ດ້ວຍ​ຄະນະ ຈະ​ເດີນທາງ​ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 15 - 16 ພຶດສະພາ 2023 ເພື່ອ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ອົດ​ສະຕຣາລີ.

  

  

  

ຊີວະປະຫວັດຫຍໍ້ ຂອງ ພະນະທ່ານ ນາງ ເພັນນີ ວອງ

 

  • ທ່ານ ນາງ ເພັນນີ ວອງ ເກີດທີ່ ລັດ ຊາບາ, ປະເທດ ມາເລເຊຍ. ໃນປີ 1976 ເວລາ ທີ່ທ່ານມີ ອາຍຸໄດ້ 8 ປີ ຄອບຄົວຂອງ ທ່ານ ໄດ້ຍ້າຍມາອາໃສທີ່ ລັດ ອາດີເລດ, ປະເທດອົດສະຕຣາລີ. ທ່ານ ໄດ້ສຶກສາວິຊາ ກົດໝາຍ ແລະ ສີລະປະສາດ ທີ່ ມະຫາວິທະຍາໄລອາດີເລດ. ພາຍຫຼັງຮຽນຈົບ, ໄດ້ເຮັດວຽກກັບ ສະຫະພັນແຮງງານ ດ້ານການປົກປ້ອງພະນັກງານທີ່ເຮັດວຽກໃນອຸດສາຫະກຳເຟີນີເຈີ້ ແລະ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຮຽກຮ້ອງເພື່ອແກ້ໄຂຄ່າແຮງງານ ແລະ ຊີວິດການເປັນຢູ່ ຂອງສະມາຊິກສະຫະພາບ, ລວມທັງການຈ່າຍຄ່າແຮງທີ່ບໍ່ເປັນທຳໃນຂະແໜງເຟີນີເຈີ້ ໃຫ້ແຮງງານເພດຍິງ ທີ່ເປັນຄົນອົບພະຍົບ.
  • ທ່ານ ນາງ ເພັນນີ ໄດ້ເຮັດວຽກເປັນ ທີ່ປຶກສາ ໃຫ້ພັກແຮງງານ ຢູ່ລັດ ນິວຊາວເວວ ຊ່ວຍເຫຼືອໃນການພັດທະນາ ນະໂຍບາຍດ້ານປ່າໄມ້, ແລະ ເປັນທະນາຍຄວາມ ກ່ອນໜ້າທີ່ ທ່ານ ຈະໄດ້ຮັບເລືອກຕັ້ງ ເປັນວຸດທິສະພາ ຂອງພັກແຮງງານ ໃນ ປີ 2001. ທ່ານ ຍັງໄດ້ຮັບການເລືອກຕັ້ງຈາກ ປະຊາຊົນ ເປັນຈໍານວນເຖິງ 4 ຄັ້ງ ຄື ໃນປີ 2007, 2013, 2016, ແລະ 2022.
  • ໃນລັດຖະບານ ຂອງ ທ່ານ ເຄວິນ ຣັດ ຄືປີ 2007, ທ່ານນາງ ເພັນນີ ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີວ່າການກະຊວງ ການປ່ຽນແປງສະພາບດິນຟ້າອາກາດ ແລະ ຊັບພະຍາກອນນ້ຳ. ໃນລະຫວ່າງນັ້ນ, ທ່ານໄດ້ຂະຫຍາຍເປົ້າໝາຍການນຳໃຊ້ພະລັງງານທົດແທນ, ເຊິ່ງໄດ້ດຶງດູດການລົງທຶນທາງດ້ານພະລັງງານລົມ ແລະ ພະລັງງານແສງຕາເວັນ ເປັນຈຳນວນຫຼວງຫຼາຍ. ທ່ານ ຍັງໄດ້ເປັນຕົວແທນໃຫ້ແກ່ ປະເທດອົດສະຕຣາລີ ໃນເວທີ ການເຈລະຈາກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດໃນລະດັບສາກົນ, ແລະ ຍັງໄດ້ພັດທະນາຂອບການຄ້າດ້ານການປ່ອຍອາຍກາກໂບນິກ ຂອງລັດຖະບານ ເຄວັນ ຣັດນຳ, ກົນໄກທາງການຕະຫຼາດຂອງອົດສະຕຣາລີ ເພື່ອຫຼຸດຜ່ອນ ການປ່ອຍອາຍຮ້ອນຈາກເຮືອນແກ້ວ ເພື່ອໃຫ້ກະທົບກັບເສດຖະກິດໜ້ອຍທີ່ສຸດ.
  • ພາຍຫຼັງການເລືອກຕັ້ງໃນປີ 2010, ທ່ານ ນາງເພັນນີ ໄດ້ຖືກແຕ່ງຕັ້ງເປັນ ລັດຖະມົນຕີວ່າການກະຊວງການເງິນ ແລະ ວ່າດ້ວຍລະບຽບການ. ທ່ານໄດ້ເຮັດວຽກກັບລັດຖະມົນຕີກະຊວງການຄັງ ທ່ານ ວາຍ ສະວອນ ເພື່ອ ແກ້ໄຂບັນຫາງົບປະມານ 3 ບ້ວງ ພາຍຫຼັງ ວິກິດການເສດຖະກິດໂລກ ແລະ ທ່ານ ຍັງເປັນຜູ້ສຳເລັດການສ້າງນະໂຍບາຍ ເພື່ອຮັບປະກັນໃຫ້ ແມ່ຍິງ ໄດ້ຮັບການແຕ່ງຕັ້ງໃນຕຳແໜ່ງອາວຸໂສ ຂອງທັງພາກລັດ ແລະ ເອກະຊົນ.
  • ໃນປີ 2013, ທ່ານ ນາງເພັນນີ ໄດ້ຮັບການເລືອກຕັ້ງ ເປັນ ຜູ້ນຳຝ່າຍລັດຖະບານ ໃນສະພາສູງ, ແລະ ພາຍຫຼັງຈາກການປ່ຽນລັດຖະບານ ໃນປີ 2013, ທ່ານ ໄດ້ກາຍເປັນ ຜູ້ນຳຝ່າຍຄ້ານ ໃນສະພາສູງ - ເຊິ່ງທ່ານ ເປັນ ແມ່ຍິງ ຄົນທຳອິດ ທີ່ໄດ້ຮັບ ທັງສອງ ຕຳແໜ່ງດັ່ງກ່າວ.
  • ກ່ອນການເປັນ ລັດຖະມົນຕີເງົາ ກະຊວງການຕ່າງປະເທດ ຂອງ ລັດຖະບານ ທ່ານ ອາບານີ ໃນປີ 2022, ທ່ານ ໄດ້ຖືກແຕ່ງຕັ້ງເປັນ ລັດຖະມົນຕີເງົາ ກະຊວງການຕ່າງປະເທດ ມາແລ້ວເປັນເວລາ 6 ປີ.
  • ໃນການເປັນ ລັດຖະມົນຕີການຕ່າງປະເທດໃນຕຳແໜ່ງປະຈຸບັນ, ທ່ານນາງ ເພັນນີ ມີຄວາມພະຍາຍາມເສີມສ້າງຊື່ສຽງ ຂອງ ອົດສະຕຣາລີ ໃນການເປັນຄູ່ຮ່ວມມືແບບທາງເລືອກ ກໍ່ຄື ການສ້າງພາກພື້ນ ທີ່ມີສະຖຽນລະພາບແລະ ວັດທະນະຖາວອນ, ພາກພື້ນທີ່ອຳນາດອະທິປະໄຕໄດ້ຮັບການເຄົາລົບ ແລະ ກົດລະບຽບຕ່າງໆໄດ້ຮັບການປະຕິບັດ.
  • ໃນຖານະທີ່ເປັນຕົວແທນແຫ່ງຄວາມພາກພູມໃຈຈາກພາກໃຕ້ ຂອງ ອົດສະຕຣາລີ ຢູ່ໃນລັດຖະສະພາ, ທ່ານໄດ້ມີສ່ວນຮ່ວມໃນການ ປົກປ້ອງຜົນປະໂຫຍດ ຂອງ ລັດ ຕົນເອງ ໂດຍການປົກປ້ອງ ຄວາມຍືນຍົງຂອງແມ່ນ້ຳ ເມີເຣ ເພື່ອອະນາຄົດ ແລະ ການພັດທະນາ ເສດຖະກິດຂອງ ລັດ ດັ່ງກ່າວ.
  • ທ່ານ ນາງເພັນນີ ວອງ ອາໄສ ຢູ່ໃນ ອາດີເລດ ກັບ ຄອບຄົວ ແລະ ລູກສາວ, ໃນເວລາວ່າງ, ທ່ານ ມັກແຕ່ງກິນ, ຊື້ເຄື່ອງ ຕາມຕະຫຼາດ ແລະ ບາງຄັ້ງກໍ່ດື່ມວາຍ ຈາກ ພາກໃຕ້ຂອງ ອົດສະຕຣາລີ.

   

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486091
ມື້ນີ້7
ມື້ວານ215
ອາທິດນີ້1127
ເດືອນນີ້5396