ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ຟີລິບປິນ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

 

FMphilippines

 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ຂອງ ​ພະນະ​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ແອນຣິເກ ເອ. ມານາໂລ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມ​ດ້ວຍພັນລະຍາ ແລະ ​ຄະນະ ຈະ​ເດີນທາງ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ​ໃນ​ລະຫວ່າງວັນ​ທີ 03 - 05 ສິງຫາ 2023 ເພື່ອ​ເປັນ​ການ​ຮັດແຫນ້ນສາຍ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສາທາລະນະລັດ ຟີລິບປິນ.

 

                                                                                        ນະຄອນຫລວງວຽງຈັນ 31 ກໍລະກົດ 2023

ກະຊວງການຕ່າງປະເທດ

 

-------------------------------------------

ຊີວະປະຫວັດຫຍໍ້

 

ແອນຣິເກ ເອ. ມານາໂລ (Enrique A. Manalo)

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ

 

ທ່ານ ​ເອກ​ອັກຄະ​ລັດຖະທູດ Enrique A. Manalo ເປັນນັກການທູດອາຊີບ ​ໄດ້ເຂົ້າ​ສາບານ​ຕົນ​ຮັບ​ຕຳ​ແໜ່​ງ ກັບ​ທ່ານ ປະທານາທິບໍດີ Ferdinand R. Marcos, Jr. ໃນວັນທີ 01 ກໍລະກົດ 2022 ເປັນ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ຄົນໃໝ່.

 

ທ່ານ ປະທານາທິບໍດີ Marcos ໄດ້ແຕ່ງຕັ້ງ ທ່ານ ລັດຖະມົນຕີ Manalo ຕາມທັດສະນະຂອງການເຮັດວຽກທີ່ຍາວນານ ແລະ ໂດດເດັ່ນ ໃນວຽກງານການຕ່າງປະເທດຂອງຟີລິບປິນ ແລະ ປະສົບການອັນກວ້າງຂວາງໃນດ້ານການທູດ. ທ່ານ ປະທານາທິບໍດີ Marcos ໄດ້ກ່າວ​ວ່າ ຢາກ​ໃຫ້​ນັກ​ການ​ທູດ​ອາ​ຊີບ​ໄດ້ເປັນ​ຫົວໜ້າຜູ້ຮັບຜິດຊອບວຽກງານ​ການ​ຕ່າງປະ​ເທດ (Department of Foreign Affairs - DFA) ​ໃຫ້ແກ່ ​ຟີ​ລິບ​ປິນ ​ເພື່ອ​ຊຸກຍູ້​ຜົນ​ປະ​ໂຫຍ​ດຂອງ​ປະເທດ ​ໃນ​ເວທີ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ.

 

ໃນໄລຍະການເຮັດວຽກຫຼາຍກວ່າສີ່ທົດສະວັດ ທີ່ DFA, ທ່ານ ລັດຖະມົນຕີ Manalo ໄດ້ຖືກແຕ່ງຕັ້ງເປັນ ຮອງເລຂາທິການ ດ້ານນະໂຍບາຍ 2 ຄັ້ງ. ​ໃນ​ນັ້ນ, ​ໄດ້​ເປັນ​ທີ່​ປຶກສາ​ຫຼັກຂອງ ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ບັນຫາ​ການ​ພົວພັນ ​ລະຫວ່າງ​ປະ​ເທດ​ກັບ​ປະຊາ​ຄົມ​ໂລກ. ໃນ​ຖາ​ນະ​ເປັນ​ຮອງ​ເລຂາທິການ​ດ້ານ​ນະ​ໂຍບາຍ, ທ່ານ​ ລັດຖະມົນຕີ Manalo ຍັງ​ເປັນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ຟີ​ລິບ​ປິນ ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ, ​ເຊິ່ງ​ແມ່ນ​ກົນ​ໄກ​ການ​ກຳນົດ​ນະ​ໂຍບາຍ​ ແລະ ການຈັດບຸລິມະສິດຂອງ​ອາ​ຊຽນ.

 

ທ່ານ​ ລັດຖະມົນຕີ Manalo ເປັນ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ທູດ​ຫຼາຍ​ຝ່າຍ, ໂດຍ​ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຟີ​ລິບ​ປິນ​ ປະ​ຈຳ ​ສະ​ຫະ​ປະ​ຊາ​ຊາດ ​ທີ່ ​ນິວຢອກ ​ໃນ​ທັນ​ທີ ກ່ອນ​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ ​ລັດ​ຖະ​ມົນ​ຕີກະຊວງ​ການ​ຕ່າງ​ປະ​ເທດ ແລະ ຍັງ​ໄດ້​ເປັນ​ຜູ້ຕາງໜ້າ​ຖາວອນ​ຂອງ​ຟີ​ລິບ​ປິນ ປະຈຳ​ ສະຫະ​ປະຊາ​ຊາດ ​ທີ່ ເຊີແນວ.

 

ທ່ານ ​ເຄີຍ​ດຳລົງ​ຕຳ​ແໜ່ງ​ທີ່​ພົ້ນ​ເດັ່ນ​ອື່ນໆ ເຊັ່ນ: ຮັກສາການ ​ລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດ, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຟີ​ລິບ​ປິນ ປະ​ຈຳ ​ສະຫະ ຣາຊະອານາຈັກ ແລະ ແບນ​ຊິກ, ຮອງລັດຖະມົນຕີ​ຕ່າງ​ປະ​ເທດ ຮັບຜິດຊອບ ​ເອີ​ລົບ, ອັກຄະລັດຖະທູດທີ່​ປຶກ​ສາ ແລະ ຮອງ​ຜູ້​ຕາງ​ໜ້າ​ຖາວອນ ​ຟີ​ລິບ​ປິນ ປະ​ຈຳ ​ສະ​ຫະ​ປະ​ຊາ​ຊາດ ຢູ່ ນິວ​ຢອກ, ແລະ ເລຂາເອກ ແລະ ​ກົງສຸນ​ ປະຈໍາ ​ສະຖານທູດ ​ຟີ​ລິບ​ປິນ ທີ່ ວໍ​ຊິງ​ຕັນ ດີ​ຊີ.

 

ທ່ານ ລັດຖະມົນຕີ Manalo ຈົບລະດັບ​ປະ​ລິນ​ຍາ​ໂທ ແລະ ​ປະ​ລິນ​ຍາ​ຕີ ​ດ້ານ​ເສດ​ຖະ​ສາດ ​ຈາກ ມະຫາ​ວິ​ທະ​ຍາ​ໄລ​ ​ຟີ​ລິບ​ປິນ, Diliman​.

 

ໃນການຮັບຮູ້ການເຮັດວຽກພິເສດໃຫ້ແກ່ປະເທດ, ທ່ານ ໄດ້ຮັບຫຼຽນ Lakandula ລະດັບ Grand Cross (Bayani) ໃນປີ 2018, ໄດ້ຮັບຫຼຽນ Gawad Mabini ລະດັບ Grand Cross (Dakilang Kamanong) ໃນປີ 2017, ແລະ ໄດ້ຮັບຫຼຽນ Sikatuna ລະດັບ Grand Cross (Datu) ໃນປີ 2010.

 

ທ່ານ ໄດ້ແຕ່ງງານກັບ ທ່ານ ນ. Pamela Louise Hunt ແລະ ມີລູກຊາຍສອງຄົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486150
ມື້ນີ້66
ມື້ວານ215
ອາທິດນີ້1186
ເດືອນນີ້5455