ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ມີເກັນ ດີເອັດສ-ກາແນນ ເບີມູເດັດສ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ ແລະ ເຂົົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ແຕ່ວັນທີ 12-16 ກັນຍາ 2023 ທີ່ ນະຄອນຫຼວງລາຮາວານ, ສາທາລະນະລັດ ກູບາ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດນະກໍາ ລະຫວ່າງ ປະເທດກໍາລັງພັດທະນາ.
ນະຄອນຫຼວງວຽງຈັນ, ວັນທີ 07 ກັນຍາ 2023
ກະຊວງການຕ່າງປະເທດ