ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍພະມະເຫສີ ແລະ ຄະນະ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023

     

  

  

ແຈ້ງການ ຂອງກະຊວງການຕ່າງປະເທດ

       

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ມູອິດຊັດດິນ ວັດດາວລາ ອິບນີ ອານ-ມາຣູມ ຊຸນຕານ ຮາຈິ ໂອມາ ອາລີ ໄຊຟຸດດຽນ ຊາອັບດຸນ ໄຄຣີ ວັດດຽນ, ຊຸນຕານ ຍັງ ດີ-ເປີຕວນ ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍພະມະເຫສີ ແລະ ຄະນະ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023 ທີ່ ນະຄອນຫຼວງວຽງຈັນ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື ທ່າມກາງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ບຣູໄນ ຄົບຮອບ 30 ປີ.

   

ນະຄອນຫຼວງວຽງຈັນ, ວັນທີ 29 ກັນຍາ 2023

     

  

  -----------------------------------------------------------------------------------------------------

  

   

  

 ຊີວະປະຫວັດຫຍໍ້ຂອງ  

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ມຸດຊັດດິນ ວັດດາວລາ ອິບນີ ອາວ-ມາຣູມ ຊຸນຕານ ຮາຈິ ໂອມາ ອາລີ ໄຊຟຸດດຽນ ຊາ ອັບດຸນ ໄຄຣີ ວັດດຽນ,

ຊຸນຕານ ຢັງ ດີ-ເປີຕວນ ແຫ່ງ ບຣູໄນ ດາຣູຊາລາມ

    

  • ສົມເດັດ ເປັນນາຍົກລັດຖະມົນຕີ, ໃນຖານະການທີ່ເປັນຊຸນຕານ ແຫ່ງ ບຣູໄນ ດາຣູຊາມລາມ, ສົມເດັດ ຍັງເປັນຜູ້ບໍລິຫານສູງສຸດ ແຫ່ງ ບຣູໄນ ດາຣູຊາລາມ. ໃນການປະຕິບັດໜ້າທີ່ຂອງສົມເດັດນັ້ນ ຍັງໄດ້ຮັບການຊ່ວຍເຫຼືອຈາກບັນດາອົງຄະມົນຕີ ດັ່ງນີ້: ສະພາອົງຄະມົນຕີ, ສະພາມົນຕີການສືບທອດອໍານາດ, ສະພາມົນຕີສາສະໜາ, ສະພາມົນຕີຄະນະບໍລິຫານລັດ ແລະ ສະພາມົນຕີນິຕິບັນຍັດ.   

         

  • ເກີດເມື່ອວັນທີ 15 ກໍລະກົດ 1946, ທີ່ ຕົວເມືອງບຣູໄນ (ປະຈຸບັນເອີ້ນວ່າ ນະຄອນຫຼວງບັນດາ ເສຣິເບກາວັນ).
  • ໄດ້ເຂົ້າຮໍ່າຮຽນຂັ້ນພື້ນຖານຢູ່ທີ່ ບຣູໄນ ດາຣູຊາລາມ ແລະ ໄດ້ໄປສຶກສາຕໍ່ທີ່ ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ.  
  • 1966-1967: ໄດ້ຮັບການຝຶກໃນວິທະຍາຄານການທະຫານຣາຊະວົງ  ທີ່  ຊັນເດີດ,  ສະຫະຣາຊະອານາຈັກ.
  • 1961: ໄດ້ຖືກແຕ່ງຕັ້ງໃຫ້ເປັນອົງມົງກຸດ ໃນອາຍຸພຽງ 15 ພັນສາ.
  • ວັນທີ 5 ຕຸລາ 1967: ໄດ້ສະຖາປະນາຂຶ້ນຄອງລາດ ເປັນສົມເດັດ ຊຸນຕານ ແຫ່ງ ບຣູໄນ  ດາຣູຊາລາມ  ໂດຍປະຕິບັດຕາມການສືບທອດຂອງສົມເດັດພໍ່ ອາວ ມາຣູມ ຊຸນຕານ ຮາຈິ ໂອມາ ອາລີ ໄຊຟຸດດຽນ ຊາອັບດຸນ ໄຄຣີ ວັດດຽນ.
  • ວັນທີ 1 ສິງຫາ 1968: ໄດ້ຖືກສະຖາປະນາເປັນສົມດັດຊຸນຕານ ຢັງ ດີ-ເປີຕວນ ອົງທີ 29 ຂອງບຣູໄນ ດາຣູຊາລາມ.
  • 1978: ໄດ້ເດີນທາງໄປປະຕິບັດພາລະກິດ ທີ່ ລອນດອນ  ເພື່ອປຶກສາຫາລືຮ່ວມກັບ  ລັດຖະບານຂອງ ສົມເດັດ  ພະຣາຊິນີ ວ່າດ້ວຍການປ່ຽນສະຖານະພາບ ຂອງບຣູໄນ  ດາຣູຊາລາມ ຂຶ້ນເປັນລັດເອກະລາດ  ແລະ ອະທິປະໄຕ, ເຊິ່ງຜົນທີ່ໄດ້ຮັບແມ່ນ  ສົນທິສັນຍາວ່າດ້ວຍມິດຕະພາບ ແລະ ການຮ່ວມມື ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສະຫະຣາດຊະອານາຈັກ ພາຍໃຕ້ທີ່ວ່າ ລັດຖະບານອັງກິດ   ໄດ້ຍົກເລີກຄວາມຮັບຜິດຊອບທຸກດ້ານຕໍ່ການປະຕິບັດວຽກງານການຕ່າງປະເທດ ແລະ ປ້ອງກັນປະເທດຂອງບຣູໄນ ດາຣູຊາລາມ ໃນວັນທີ 1 ມັງກອນ 1984.
  • ສົມເດັດ ໄດ້ອະພິເສກສົມລົດກັບ ພະມະເຫສີ ດູລີ ຣາຊາ ອິສ໌ເຕີຣີ ເປັນກີຣັນ ອານັກ ຮາຊາ ຊາເລຮາ ແລະ ມີບຸດຮ່ວມກັນ 12 ພະອົງ, ເຈົ້າຊາຍ 5 ພະອົງ ແລະ ເຈົ້າຍິງ 7 ພະອົງ.
  • ປະເພດກິລາ ທີ່ ສົມເດັດ ມັກຫຼິ້ນ ແມ່ນກິລາໂປໂລ, ສະຄວດ, ດອກປີກໄກ່ ແລະ ຖີບລົດ.
  • ສົມເດັດ ເປັນນັກບິນທີ່ມີຄວາມຊໍານິຊໍານານສູງ ທັງການຂັບຍົນ ແລະ ເຮລິຄອບເຕີ.
  • ສົມເດັດ ເປັນຜູ້ມີອໍານາດ ແລະ ຫົວໜ້າໃນການອອກພະຣາຊະດໍາລັດຂອງລາດຊະວົງບຣູໄນ ແລະ ພະຣາຊະດໍາ ລັດ ອື່ນໆຂອງປະເທດບຣູໄນ ດາຣູຊາລາມ. ນອກນັ້ນ,  ສົມເດັດ ຍັງໄດ້ຮັບການຍ້ອງຍໍຫຼຽນກາຕ່າງປະເທດຢ່າງຫຼວງ ຫຼາຍ.​

       

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486096
ມື້ນີ້12
ມື້ວານ215
ອາທິດນີ້1132
ເດືອນນີ້5401