ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ຈະນໍາພາຄະນະຢ້ຽມຢາມທາງການ ສປປ ລາວ ໃນວັນທີ 11-12 ຕຸລາ 2023

  

  

ແຈ້ງການຂອງກະຊວງການຕ່າງປະເທດ

   

20231011 Japanese FM

  

ໂດຍຕອບຮັບການເຊື້ອເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພະນະທ່ານ ນ. ຄາມິກາວະ ໂຢໂກະ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ (Her Excellency Ms. KAMIKAWA Yoko, Minister for Foreign Affairs of Japan) ຈະນໍາພາຄະນະຢ້ຽມຢາມທາງການ ສປປ ລາວ ໃນລະຫວ່າງວັນທີ 11-12 ຕຸລາ 2023 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

  

  

--------------------------------------------------------------------------------

  

  

  

ປະຫວັດຫຍໍ້

ທ່ານ ນ. ຄາມິກາວະ ໂຢໂກະ (Ms. KAMIKAWA Yoko)

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

  

    

  • ຊື່ ແລະ ນາມະສຸນ: ທ່ານ ນ. KAMIKAWA Yoko (ຄາມິກາວະ ໂຢໂກະ)
  • ວັນເດືອນປີເກີດ: 01 ມີນາ 1953 (ອາຍຸ: 70 ປີ)
  • ສັງກັດ: ພັກເສລີປະຊາທິປະໄຕຍີ່ປຸ່ນ (LDP), ສະມາຊິກສະພາຜູ້ແທນຣາຊະດອນ (ສະພາຕໍ່າ).
  • ຮັບຕໍາແໜ່ງສໍາຄັນຜ່ານມາ: ວ່າການເລຂາທິການພັກ LDP; ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ ABE ແລະ ຄະນະລັດຖະບານ SUGA) ແລະ ອື່ນໆ.
  • ການສຶກສາ: - ຈົບການສຶກສາລະດັບປະລິນຍາໂທ ດ້ານການບໍລິຫານລັດ,​ Harvard University.

                   - ຈົບການສຶກສາລະດັບປະລິນຍາຕີ, ມະຫາວິທະຍາໄລໂຕກຽວ.

  

ວັນທີເດືອນປີ

ເນື້ອໃນ

ມີນາ 1977

ຈົບການສຶກສາລະດັບປະລິນຍາຕີ, ມະຫາວິທະຍາໄລໂຕກຽວ

ມິຖຸນາ 1988

ຈົບການສຶກສາລະດັບປະລິນຍາໂທ ດ້ານການບໍລິຫານລັດ,​ Harvard University

ທັນວາ 1988

ປະທານ ບໍລິສັດ Globalink Research Institute ມະຫາຊົນ

ມິຖຸນາ 2000

ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທໍາອິດ

ພະຈິກ 2003

ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 2

ປີ 2000 - 2004

ຮອງປະທານ ກອງປະຊຸມແມ່ຍິງຂອງ IPU (Inter-Parliamentary Union)

ກັນຍາ 2005

ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 3

ພະຈິກ 2005

ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ການສື່ສານ

ພະຈິກ 2006

ຮອງປະທານຄະນະຄົ້ນຄວ້ານະໂຍບາຍພັກ LDP

ສິງຫາ 2007

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮັບຜິດຊອບ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານສັງຄົມຕ່າງໆ.

ມີນາ 2008

ລັດຖະມົນຕີຮັບຜິດຊອບວຽກງານການຄຸ້ມຄອງເອກະສານແຫ່ງຊາດ (ຄະນະລັດຖະບານ FUKUDA)

ທັນວາ 2012

ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 4

ກັນຍາ 2013

ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ການສື່ສານ

ກັນຍາ 2014

ປະທານຫ້ອງການສົ່ງເສີມການເຄື່ອນໄຫວຂອງແມ່ຍິງຂອງ ພັກ LDP

ປະທານກໍາມະການແຮງງານ ແລະ ສະຫວັດດີການສັງຄົມ ສະພາຕໍ່າ

ຕຸລາ 2014

ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງຄະນະລັດຖະບານ ABE ຊຸດທີ 2)

ທັນວາ 2014

-  ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 5;

ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ ABE ຊຸດທີ 3)

ມັງກອນ 2016

ປະທານຄະນະຄົ້ນຄວ້າລະບົບຕຸລາການ ພັກ LDP

ສິງຫາ 2017

ລັດຖະມົນຕີກະຊວງຍຸຕິທໍາ  (ການປັບປຸງຄະນະລັດຖະບານ ABE ຊຸດທີ 3)

ຕຸລາ 2017

ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 6

ພະຈິກ 2017

ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງຄະນະລັດຖະບານ ABE ຊຸດທີ 4)

ກັນຍາ 2020

ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ SUGA)

ປີ 2021

ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 7

ວ່າການເລຂາທິການພັກ LDP

ກັນຍາ 2023

ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີກະຊວງການຕ່າງປະເທດ (ການປັບປຸງຄະນະລັດຖະບານ Kishida ຊຸດທີ 2)

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486101
ມື້ນີ້17
ມື້ວານ215
ອາທິດນີ້1137
ເດືອນນີ້5406