ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023 (27 ຕຸລາ 2023)

   

  

  

ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

  

20231027 Thai PM

   

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.

  

  

------------------------------------------------------------------------

  

  

ຊີ​ວະ​ປະ​ຫວັດ

   

ຊື່ ແລະ ນາມສະກຸນ

ທ່ານ ເສດຖາ ທະວີສິນ, (SRETTHA THAVISIN).

ວັນເດືອນປີເກີດ:

15 ກຸມພາ 1962.

ສະຖານທີ່ເກີດ:

ບາງກອກ

ສະຖານະພາບຄອບຄົວ:

ແຕ່ງງານກັບ ທ່ານ ນາງ (ແພດຍິງ) ພັກພິໄລ ທະວີສິນ, ມີລູກ 3 ຄົນ, ຊາຍ 2 ຄົນ.

ສາສະໜາ:

ພຸດ

    

ລະດັບການສຶກສາ

:

ປະລິນຍາໂທ: ສາຂາບໍລິຫານທຸລະກິດດ້ານການເງິນ ຈາກສະຖາບັນ ບັນດິດວິທະຍາໄລ ຄຣາມອນ, ປະເທດ ສະຫະລັດ ອາເມລິກາ.

:

ປະລິນຍາຕີ: ສາຂາເສດຖະສາດ, ມະຫາວິທະຍາໄລ ມາສສາຊູເຊັດ, ສະຫະລັດ ອາເມລິກາ.

ພາສາຕ່າງປະເທດ:

ໄທ, ອັງກິດ

   

ປະສົບການດ້ານການເຮັດວຽກ

22/8/2023:

ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 30.

2023:

ເປັນປະທານທີ່ປືກສາຫົວໜ້າຄອບຄົວເພື່ອໄທ, ທີ່ປືກສາທີມງານເສດຖະກິດພັກເພື່ອໄທ, ໜຶ່ງໃນຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີຂອງພັກເພື່ອໄທ.

2023:

ລາອອກຈາກການເປັນ ອໍານວຍການ ແລະ ກໍາມະການຕ່າງໆຂອງ ບໍລິສັດແສນສິຣິ ຈໍາກັດມະຫາ ຊົນ ໃນວັນທີ 3 ເມສາ 2023.

1996:

ໄດ້ຈັດຕັ້ງບໍລິສັດ ພຣັສ ພຣອບເພີຕີ

1990

ເຂົ້າເຮັດວຽກເປັນພະນັກງານ ບໍລິສັດ ແສນສໍາຣານ ຈໍາກັດ

   

ຜົນງານທີ່ພົ້ນເດັ່ນ

2022:

ນໍາພາທຸລະກິດ ປະກາດຈຸດຢືນ ດ້ານສິ່ງແວດລ້ອມ ແລະ ກໍານົດເປົ້າໝາຍ ການປ່ອຍອາຍກາກໂບ ນິກເປັນສູນ ເປັນອົງກອນແລກຂອງທຸລະກິດອະສັງຫາລິມະຊັບ.

2021:

ໄດ້ຮັບລາງວັນ ທຸລະກິດຕົ້ນແບບດ້ານສິດທິມະນຸດ, ກະຊວງຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ

2020:

ນໍາພາບໍລິສັດ ເຊັນສັນຍາມາດຕະຖານສາກົນດ້ານທຸລະກິດຂອງອົງການສະຫະປະຊາຊາດ ກັບ ອົງ ການສະຫະປະຊາຊາດເພື່ອການພັດທະນາ  ເພື່ອສະໜັບສະໜູນ ແລະ ຫຼຸດຜ່ອນການຈໍາແນກກຸ່ມຜູ້ມີຄວາມຫຼາກຫຼາຍທາງເພດ.

2019:

ນໍາພາທຸລະກິດ ຮັບລາງວັນຊະນະເລີດ ດ້ານອົງກອນນະວັດຕະກໍາດີເດັ່ນປະເພດທຸລະກິດຂະໜາດໃຫຍ່ ຈາກ ສໍານັກງານນະວັດຕະກໍາແຫ່ງຊາດໄທ.

2017:

ຂະຫຍາຍຖານທຸລະກິດດ້ວຍການຮ່ວມລົງທຶນ ຮ່ວມກັບ 6 ບໍລິສັດ ທີ່ໄດ້ມາດຕະຖານສາກົນ.

2016:

ໄດ້ດໍາເນີນໂຄງການກໍ່ສ້າງທີ່ພັກອາໄສ ຄອນໂດມີນຽມຂະໜາດໃຫຍ່, ຖະໜົນວິທະຍຸ, ມູນຄ່າການລົງທຶນ 8.500 ລ້ານບາດ ແລະ ໄດ້ຮັບລາງວັນ ອາຊີ-ປາຊີຟິກ ອະສັງຫາລິມະຊັບ ປີ 2018.

2014:

 ເປັນຕົວແທນພາກເອກະຊົນໄທ ເຂົ້າຮ່ວມເວທີສົນທະນາ ຫົວຂໍ້ ນະວັດຕະກໍາ ແລະ ແຜນປະຕິ ບັດງານຂອງ ອົງການຢູນິເຊັບ, ທີ່ ນະຄອນນິວຢອກ, ປະເທດສະຫະລັດອາເມລິກາ.

2013:

ໄດ້ຮັບລາງວັນຊະນະເລີດດ້ານອະສັງຫາລິມະຊັບແຫ່ງປະເທດໄທ ສາຂາການພັດທະນາ ທີ່ພັກອາ ໄສທີ່ດີທີ່ສຸດ.

2012:

ນໍາພາຫົວໜ່ວຍທຸລະກິດທີ່ຢູ່ຕາມຈັງຫວັດສໍາຄັນຕ່າງໆຂອງໄທຂະຫຍາຍຕົວຢ່າງຕໍ່ເນື່ອງ (ພູເກັດ, ຊຽງໃໝ່, ຫົວຫິນ, ຂອນແກ່ນ, ພັດທະຍາ ແລະ ເຂົາໃຫຍ່).

2010:

ໄດ້ຮ່ວມມືກັບອົງການ ຢູນິເຊັບ ເພື່ອສະໜັບສະໜູນ ສົ່ງເສີມເຍົາວະຊົນ ເຊິ່ງຖືເປັນອົງກອນທຸລະ ກິດລາຍທໍາອິດຂອງໄທ ທີ່ສະໜັບສະໜູນດ້ານທືນຮອນ ແລະ ສິ້ນສຸດໃນປີ 2020.

2007:

ໄດ້ເລີ່ມຕົ້ນດໍາເນີນໂຄງການ ແສນສິຣິ ອາຄາເດມີ ຄລິນິກ ເພື່ອສອນການເຕະບານໃຫ້ແກ່ເດັກ ນ້ອຍເຍົາວະຊົນທົ່ວໄປໂດຍບໍ່ໄດ້ເສຍຄ່າ ໂດຍມີເດັກນ້ອຍ 8 ພັນຄົນໄດ້ຜ່ານການຝຶກອົບຮົມໃນໂຄງການດັ່ງກ່າວ ແລະ ດໍາເນີນໂຄງການ ບ້ານແສນສິຣິ ສຸຂຸມວິດ, ເປັນໂຄງການທີ່ຢູ່ອາໄສ ບ້ານຫຼັງດຽວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486091
ມື້ນີ້7
ມື້ວານ215
ອາທິດນີ້1127
ເດືອນນີ້5396