ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ

   

  

ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

   

20231102 MGR P

   

  

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA), ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 05-06 ພະຈິກ 2023, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

  

  

-------------------------------------------

    

  

ປະຫວັດຫຍໍ້ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (Mr. Khurelsukh UKHNAA), ປະທານາທິບໍດີ ແຫ່ງ ມົງໂກລີ

  

  • ຊື່ ແລະ ນາມສະກຸນ: ທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA)
  • ວັນເດືອນປີເກີດ: 14 ມິຖຸນາ 1968 (ອາຍຸ: 55 ປີ)
  • ສະຖານະຄອບຄົວ: ແຕ່ງງານແລ້ວ, ລູກ 2 ຄົນ

  

ການສຶກສາ:    

  • ປີ 1975 – 1985: ໂຮງຮຽນມັດທະຍົມ No. 2 ຂອງເມືອງ Ulaanbaatar.
  • ປີ 1985 – 1989: ມະຫາວິທະຍາໄລ ປ້ອງກັນປະເທດມົງໂກລີ, ສາຂາ ການເມືອງ.
  • ປີ 1992 – 1994: ໂຮງຮຽນການປົກຄອງແຫ່ງຊາດ, ສາຂາ ບໍລິຫານລັດ.
  • ປີ 2000 – 2003: ມະຫາວິທະຍາໄລກົດໝາຍ ມົງໂກລີ, ສາຂາ: ກົດໝາຍ.

 

ການປະຕິບັດໜ້າທີ່ວຽກງານ:

  • ປີ 1989 – 1990: ຮອງໜ່ວຍການເມືອງ 152, ກອງທັບປະຊາຊົນມົງໂກລີ.
  • ປີ 1991 – 1994: ພະນັກງານພະແນກການເມືອງ, ຄະນະສູນກາງພັກປະຕິວັດປະຊາຊົນມົງໂກລີ (ພັກ MPRP).
  • ປີ 1994 – 2000: ທີ່ປຶກສານະໂຍບາຍສັງຄົມ, ປະຈໍາກອງເລຂາທິການ ຄະນະພັກ MPRP ໃນລັດຖະສະພາມົງໂກລີ.
  • ປີ 2000 – 2008: ສະມາຊິກສະພາຄູຣານໃຫຍ່ (ລັດຖະສະພາມົງໂກລີ).
  • ປີ 2004 – 2006: ຄະນະລັດຖະບານ, ລັດຖະມົນຕີ ບໍລິຫານຈັດການພາວະສຸກເສີນ.
  • ປີ 2006 – 2008: ຄະນະລັດຖະບານ, ລັດຖະມົນຕີ ກວດກາສະເພາະກິດ.
  • ປີ 2008 – 2012: ເລຂາທິການໃຫຍ່, ພັກປະຊາຊົນມົງໂກລີ (MPP).
  • ປີ 2012 – 2013: ສະມາຊິກສະພາຄູຣານໃຫຍ່ (ລັດຖະສະພາມົງໂກລີ).
  • ປີ 2014 – 2015: ຄະນະລັດຖະບານ, ຮອງນາຍົກລັດຖະມົນຕີ.
  • ປີ 2016 – 2017: ຄະນະລັດຖະບານ, ຮອງນາຍົກລັດຖະມົນຕີ.
  • ປີ 2020 – 2021: ສະມາຊິກສະພາຄູຣານໃຫຍ່ (ລັດຖະສະພາມົງໂກລີ).
  • ປີ 2017 – 2021: ນາຍົກລັດຖະມົນຕີ ຄົນທີ 30 ແລະ 31 ຂອງມົງໂກລີ.
  • ປີ 2021 – ປະຈຸບັນ:     ປະທານາທິບໍດີ ມົງໂກລີ, ປະທານສະພາຄວາມໝັ້ນຄົງແຫ່ງຊາດ, ຜູ້ບັນຊາການທະຫານສູງສຸດ.

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486103
ມື້ນີ້19
ມື້ວານ215
ອາທິດນີ້1139
ເດືອນນີ້5408