ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ນ. ຄາມິກາວະ ໂຢໂກະ (KAMIKAWA Yoko), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະເດີນທາງຢ້ຽມຢາມປະເທດຍີ່ປຸ່ນ ຢ່າງເປັນທາງການ ໃນລະຫວ່າງວັນທີ 07-11 ພະຈິກ 2023 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.
ນະຄອນຫຼວງວຽງຈັນວັນທີ 03 ພະຈິກ 2023
ກົມການຂ່າວ, ກະຊວງການຕ່າງປະເທດ