ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຄິຊິດະ ຟູມິໂອະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີ່ຈະຈັດຂຶ້ນໃນວັນທີ 16-18 ທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກໍານົດທິດທາງໃນອະນາຄົດສໍາລັບການຮ່ວມມື ອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນ ກັນຍາ 2023.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ໃນຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງຈະໄດ້ພົບປະສອງຝ່າຍກັບບັນດາຜູ້ນຳປະເທດເພື່ອນມິດ ເພື່ອປຶກສາຫາລືໃນການສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍ ໃນຕໍ່ຫນ້າ.