ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

ແຈ້ງ​ການ​ກະຊວງການຕ່າງປະເທດ

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-26 ມີນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ.

 

ນະຄອນຫຼວງວຽງຈັນ, ວັນທີ 21 ມີນາ 2024

ກົມການຂ່າວ, ກະຊວງການຕ່າງປະເທດ.

ພະແນກໂຄສະນາ ແລະ ປະຊາສຳພັນ.

 

 

----------------------------------------

 

PM-Hun.jpg

 

ຊີວະປະຫວັດຫຍໍ້

 

ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

 

ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ເກີດໃນວັນທີ 20 ຕຸລາ 1977, ຢູ່ເມືອງ Memot, ແຂວງ Kampong Cham (ເກີດໃນສະໄໝການປົກຄອງຂອງຂະເໝນແດງ), ສົມເດັດ ເປັນຜູ້ນຳທະຫານທີ່ມີບົດບາດສູງ ເຊິ່ງໄດ້ດໍາລົງຕໍາແໜ່ງສໍາຄັນໃນກອງທັບ ຣາຊະອານາຈັກ ກຳປູເຈຍ (RCAF), ໂດຍສະເພາະແມ່ນ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ຜູ້​ບັນຊາ​ການກອງທັບຣາຊະອານາຈັກ ກຳປູເຈຍ​ RCAF ​ແລະ ຜູ້​ບັນຊາ​ການ​ກອງທັບບົກ ແຫ່ງ ​ຣາ​ຊະ​ອານາຈັກ​ກຳປູ​ເຈຍ (RCA), ​ລວມທັງຫົວໜ້າ​ກອງບັນຊາການ​ກຳລັງ​ພິ​ເສດ​ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ.

 

ດ້ານການສຶກສາຂອງສົມເດັດ ໄດ້ເລີ່ມຕົ້ນທີ່ນະຄອນຫຼວງພະນົມເປັນ, ເຊິ່ງໄດ້ສໍາເລັດການສຶກສາສາມັນໃນປີ 1993. ໃນປີ 1995, ສົມເດັດ ໄດ້ເຂົ້າເປັນທະຫານຂອງ RCAF ແລະ ຕໍ່ມາໄດ້ເຂົ້າຮຽນຢູ່ໂຮງຮຽນການທະຫານທີ່ມີຊື່ສຽງຂອງສະຫະລັດ ທີ່ West Point ໃນປີດຽວກັນ, ເຊິ່ງເປັນຄົນກໍາປູເຈຍຄົນທໍາອິດທີ່ຮຽນຈົບຈາກ West Point ໃນປີ 1999 ໃນລະດັບປະລິນຍາຕີ ດ້ານເສດຖະສາດ. ຫຼັງຈາກນັ້ນ, ໄດ້ຮັບປະລິນຍາໂທ ດ້ານເສດຖະສາດ ຈາກ ມະຫາວິທະຍາໄລ ນິວຢອກ ແລະ ປະລິນຍາເອກ ດ້ານເສດຖະສາດ ຈາກ ມະຫາວິທະຍາໄລ Bristol.

 

ຕະຫຼອດໄລຍະເວລາການເປັນທະຫານ, ສົມເດັດ ໄດ້ມີຜົນງານອັນພົ້ນເດັ່ນ ເຊັ່ນ: ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການຂອງກອງກຳລັງພິເສດຕ້ານການກໍ່ການຮ້າຍຂອງກຳປູເຈຍໃນປີ 2008, ເຊິ່ງໄດ້ມີບົດບາດສຳຄັນໃນການເພີ່ມຂີດຄວາມສາມາດຕ້ານການກໍ່ການຮ້າຍຂອງກຳປູເຈຍ. ຫຼັງຈາກນັ້ນ, ໄດ້ຮັບການເລື່ອນຊັ້ນເປັນ ພົນໂທ ໃນປີ 2013 ແລະ ໄດ້ຮັບຕໍາແໜ່ງຮອງຜູ້ບັນຊາການກອງທັບ ຣາຊະອານາຈັກ ກຳປູເຈຍ RCAF ໃນປີ 2018. ໃນເດືອນມີນາ 2023, ໄດ້ຮັບຕໍາແໜ່ງພົນເອກ (4 ດາວ) ເຊິ່ງເປັນການຮັບຮູ້ເຖິງການປະກອບສ່ວນອັນສຳຄັນ ໃນການນໍາພາ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ກອງທັບ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນ​ປະ​ເທດ.

 

​ນອກ​ຈາກ​ການ​ປະຕິບັດ​ໜ້າ​ທີ່​ດ້ານ​ການ​ທະຫານ​, ສົມ​ເດັດ​ ​ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຄະນະ​ກຳມະການ​ທຶນການສຶກສາ ສົມເດັດ ເຕໂຈ ຮຸນ ​ແຊນ ​ແລະ ສະມາຄົມ​ທຶນການ​ສຶກສາ​ຂອງ ສົມເດັດ ເຕໂຈ. ບັນດາອົງການດັ່ງກ່າວ ໄດ້ໃຫ້ໂອກາດດ້ານທຶນການສຶກສາແກ່ຊາວໜຸ່ມກຳປູເຈຍ ຈໍານວນຫຼາຍ ແລະ ເຮັດໃຫ້ພວກເຂົາສາມາດຮຽນຕໍ່ການສຶກສາຊັ້ນສູງພາຍໃນປະເທດ. ນອກຈາກນັ້ນ, ສົມເດັດ ຍັງໄດ້ເປັນປະທານສະມາຄົມແພດອາສາສະໝັກຊາວໜຸ່ມຂອງ ສົມເດັດ ເຕໂຈ (TYDA), ເຊິ່ງໄດ້ລະດົມຄູ, ອາຈານ, ນັກສຶກສາ ແລະ ອາສາສະໝັກ ດ້ານການແພດ ເພື່ອສະໜອງການບໍລິການປິ່ນປົວສຸຂະພາບ ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນກຳປູເຈຍໃນເຂດຊົນນະບົດ.

 

ຢູ່​ພາຍ​ໃນ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) - ພັກກໍາອໍານາດ, ສົມ​ເດັດ ​ໄດ້ເປັນ ກຳມະການກົມການເມືອງ ສູນກາງພັກປະຊາຊົນກຳປູເຈຍ ​ແລະ ຊີ້ນຳ​​ຄະນະ​ຊາວ​ໜຸ່ມ​ສູນ​ກາງ. ສົມເດັດ ​ໄດ້​ຖືກ​ເລືອກ​ຕັ້ງ​ຢ່າງເປັນ​ປະຊາທິປະ​ໄຕ ໂດຍ​ໃຫ້​ເປັນ​ຜູ້​ສະ​ເໜີ​ຊື່​ຢ່າງ​ເປັນ​ທາງ​ການ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ ​ນາຍົກລັດຖະມົນຕີ ​ໃນ​ອະນາຄົດ. ທ່າມກາງໄຊຊະ ນະ​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ກໍລະກົດ 2023, ພະ​ມະຫາ​ກະສັດ ​ໄດ້​ແຕ່ງຕັ້ງ ​ສົມ​ເດັດ ​ທິບໍ​ດີ ຮຸນ ມາແນດ ເປັນ​ນາຍົກລັດຖະມົນຕີ ແຫ່ງ ​ຣາຊະ​ອານາຈັກ​ກຳປູ​ເຈຍ.

 

ຕະຫຼອດໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ສົມເດັດ ໄດ້ສະແດງໃຫ້ເຫັນການນໍາພາອັນປີຊາສາມາດໂດຍໄດ້ຊີ້ນຳກອງທັບບບົກ RCA ຢ່າງມີປະສິດທິຜົນ ໃນການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານກຳປູເຈຍ ເພື່ອຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ ເຊັ່ນ: ​ຕິດຕາມ​ກວດກາ​​ຂະ​ບວນການ​ສັກວັກແຊ໊ງປ້ອງ​ກັນ​ພະຍາດ; ສ້າງ ຕັ້ງສູນກັກກັນ ແລະ ປິ່ນປົວ; ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ຄົນ​ງານ​ກຳປູ​ເຈຍ​ທີ່​ເຂົ້າມາ​ຢູ່​ຊາຍ​ແດນ; ແລະ ຄຸ້ມຄອງໂຮງໝໍ​ Luong Me; ເຊິ່ງສະແດງໃຫ້ເຫັນເຖິງ​ຄຳ​ໝັ້ນ​ສັນຍາ​​ໃນ​ການ​ປົກ​ປັກຮັກສາ​ສຸຂະພາບ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ກຳປູ​ເຈຍ.

 

ສົມເດັດ ເປັນຜູ້ນຳທີ່ເປັນແບບຢ່າງ, ສະຫຼຽວສະຫຼາດ, ມີສະຕິປັນຍາອັນໂດດເດັ່ນ ແລະ ອຸທິດຕົນຢ່າງບໍ່ຢຸດຢັ້ງຕໍ່ປະເທດ ແລະ ປະຊາຊົນ. ຄໍາໝັ້ນສັນຍາອັນເດັດດ່ຽວຂອງ ສົມເດັດ ຕໍ່ຄວາມສາມັກຄີ, ສະຖຽນລະພາບ, ແລະ ຄວາມກ້າວໜ້າຂອງຊາດ; ຄຽງຄູ່ກັບຄວາມຕັ້ງໃຈອັນສູງສົ່ງຂອງສົມເດັດ ໄດ້ສະແດງເຖິງຄຸນລັກສະນະອັນໃຫຍ່ຫຼວງຂອງຜູ້ນຳທີ່ໜ້າເຊື່ອຖື, ແຮງບັນດານໃຈ ແລະ ຄວາມເຫັນອົກເຫັນໃຈ. ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ​ຂອງ​ທ່ານ​ໂດຍ​ພັກ​ໃນ​ຖານະ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ​ເປັນ ​ນາຍົກລັດຖະມົນຕີ ​ເປັນ​ການ​ພິສູດ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ຂອງ​ສົມເດັດ.  

 

ສົມເດັດ ໄດ້ແຕ່ງງານກັບ ທ່ານ ດຣ ນ. Pich Chanmony ແລະ ມີລູກນຳກັນ 3 ຄົນ ຄື: Vorleak, Lyna ແລະ Rithyseth. ໃນ​ໄລຍະດຳລົງຕຳ​ແໜ່ງ​ເປັນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ເທດ​ຊາດ​ຄາດ​ວ່າ​ຈະ​ສືບ​ຕໍ່ໄດ້ຮັບການອຸ​ທິດ​ຕົນ ແລະ ການ​ນຳ​ພາ​-​ຊຸກ​ຍູ້ ໃຫ້ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຄວາມ​ຜາ​ສຸກ​ຂອງ​ກຳ​ປູ​ເຈຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486090
ມື້ນີ້6
ມື້ວານ215
ອາທິດນີ້1126
ເດືອນນີ້5395