ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດຈັດຝຶກອົບຮົມວຽກງານກວດກາ ແລະ ວຽກງານ 3 ດີ ໃຫ້ແກ່ສະມາຊິກແມ່ຍິງກະຊວງການຕ່າງປະເທດ.

.

2022 8 9 Mofa Women Union 3

2022 8 9 Mofa Women Union 9

ວັນທີ 10 ສິງຫາ 2022 ທີ່ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດໄດ້ຈັດຝຶກອົບຮົມວຽກງານກວດກາ ແລະ ວຽກງານ 3 ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ໂດຍການເປັນປະທານ ຂອງ ທ່ານ ນາງ ໄກມະນີ ອໍລະບູນ, ຫົວໜ້າກົມກວດກາ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຊິ່ງມີຄະນະສະຫະພັນແມ່ຍິງກະຊວງ, ຫົວໜ້າໜ່ວຍແມ່ຍິງ, ຜູ້ຮັບຜິດຊອບວຽກກວດກາ ແລະ ຜູ້ຮັບຜິດຊອບວຽກ 3 ດີ ຂອງແຕ່ລະໜ່ວຍ ແລະ ຜູ້ຕາງໜ້າກອງເລຂາສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈຳນວນໜຶ່ງເຂົ້າຮ່ວມ ລວມທັງໝົດ 65 ສະຫາຍ.

 

ຈຸດປະສົງ ຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການຂອງສູນກາງສະພັນແມ່ຍິງລາວ ທີ່ໄດ້ແນະນໍາໃຫ້ສະມາຊິກສະຫະພັນແມ່ຍິງກະຊວງ-ອົງການ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ສົກປີ 2021-2025 ແລະ ເພື່ອຈັດຕັ້ງເຄື່ອນໄຫວວຽກງານກວດກາ ຂອງຄະນະກວດກາສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ບັນລຸຕາມເປົ້າໝາຍ ແລະ ມີຜົນສໍາເລັດ ຢ່າງຈົບງາມ.

 

ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຟັງການບັນຍາຍ ໃນ2 ຫົວຂໍ້ສໍາຄັນ ຄື: (1). ວຽກງານກວດກາ, ການວາງແຜນ, ການດໍາເນີນການກວດກາ, ການສະຫຼຸບລາຍງານ, ການແກ້ໄຂຜົນການກວດກາ  ແລະ ການເຄື່ອນໄຫວຂອງຄະນະກວດການຳສະເໜີໂດຍ ທ່ານ ນາງ ພູຄໍາ ຄັດສະຫວ່າງ, ຫົວໜ້າກົມກວດກາ, ສູນກາງສະຫະພັນແມ່ຍິງລາວ; (2). ການແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ສົກປີ 2021-2025 ນຳສະເໜີໂດຍ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ, ຫົວໜ້າກົມພັດທະນາ, ສູນກາງສະຫະພັນແມ່ຍິງລາວເຊິ່ງຜູ້ບັນຍາຍ ທັງ 2 ສະຫາຍ ໄດ້ແນະນໍາ ແລະ ເນັ້ນໜັກໃຫ້ສະມາຊິກແມ່ຍິງກະຊວງການຕ່າງປະເທດ ມີຄວາມເຂົ້້າໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາ ແລະ ວຽກງານ 3 ດີ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອພ້ອມກັນຮັກສານາມມະຍົດທຸງໄຊ 3 ດີ ເປັນສະໄໝທີ III ຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ສໍາເລັດຕາມຄາດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487298
ມື້ນີ້133
ມື້ວານ191
ອາທິດນີ້960
ເດືອນນີ້691