ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 23

 

ARF e Custom

 

ARF Large Custom

 

ໃນວັນທີ 26 ກໍລະກົດ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເປັນປະທານກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 23 ໂດຍການເຂົ້າຮ່ວມຂອງບັນດາລັດຖະ ມົນຕີຕ່າງປະເທດ ແລະ ຜູ້ແທນຈາກຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ 27 ປະເທດ ແລະ ເລຂາທິການໃຫຍ່ອາຊຽນ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.

 

ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະ ບັນຫາ ແລະ ສະພາບການຕ່າງໆ ທີ່ເກີດຂື້ນຢູ່ ພາກພື້ນອາຊີ-ປາຊີຟິກ ກໍຄືໃນໂລກ ເຊັ່ນ: ໄພພິບັດທໍາມະຊາດ,​ ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ບັນຫາໂລກລະບາດ, ການຍ້າຍຖິ່ນຖານແບບຜິດປົກກະຕິ, ການຄ້າມະນຸດ ແລະ ສະພາບການຕ່າງໆ ໃນພາກ ພື້ນຕ່າງໆຂອງໂລກ ຊຶ່ງລວມມີ ສະພາບຢູ່ຕາເວັນອອກກາງ, ອາຟຣິກກາ, ແຫລມເກົາຫລີ ແລະ ທະເລຈີນໃຕ້. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າໃນຂອບເວທີພາກພື້ນອາຊຽນ ຊຶ່ງກອງປະຊຸມໄດ້ ເຫັນດີສືບຕໍ່ຍຶດຫມັ້ນໃນຫລັກການ ການປຶກສາຫາລື ແລະ ເອົາການຕົກລົງເປັນເອກະສັນ, ແລະ ດໍາເນີນໄປໃນຈັງຫວະທີ່ ທຸກຝ່າຍມີຄວາມສະບາຍໃຈ.

 

ກອງປະຊຸມ ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ສໍາລັບກາງສະໄໝ 2015-2016 ແລະ ຮັບຮອງເອົາກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດໃນກາງສະໄໝ 2016-2017. ພ້ອມດຽວກັນນີ້, ກອງປະຊຸມກໍໄດ້ຮັບຮອງ ເອົາຖະແຫຼງການ 3 ສະບັບ ຄື: 1). ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມື ເພື່ອຄຸ້ມຄອງການເຄື່ອນໄຫວຂ້າມຊາຍແດນຂອງກຸ່ມອາຊະຍາກອນ; 2). ຖະແຫຼງການເວທີພາກພື້ນອາຊຽນວ່າດ້ວຍການຮັດແໜ້ນການຮ່ວມມື ລະຫວ່າງ ບັນດາອົງກອນທີ່ຮັບຜິດຊອບການບັງຄັບໃຊ້ກົດໝາຍທາງທະເລ; ແລະ 3). ຖະແຫຼງການລັດຖະມົນຕີ ເວທີພາກພື້ນອາຊຽນ ກ່ຽວກັບການກໍ່ການຮ້າຍ.

 

ໃນຕອນທ້າຍ, ປະທານກອງປະຊຸມ ຍັງໄດ້ນໍາສະເໜີເອກະສານວິໄສທັດຄວາມຫມັ້ນຄົງເວທີພາກພື້ນອາຊຽນ ປະຈໍາປີ 2016 ຊຶ່ງເປັນເອກະສານທີ່ຈັດພິມທຸກປີ ໂດຍແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈລະຫວ່າງ ປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ ແລະ ເພື່ອສົ່ງເສີມ ແລະ ຊຸກຍູ້ຂະບວນການເວທີພາກພື້ນອາຊຽນ ກ້າວສູ່ການທູດປ້ອງກັນເຫດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485893
ມື້ນີ້24
ມື້ວານ168
ອາທິດນີ້929
ເດືອນນີ້5198